ເຈົ້າໜ້າທີ່ອົງການຮາມັສກ່າວວ່າ: ການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດກາຊາ “ບໍ່ມີຄວາມຄືບໜ້າ”

2024-04-05 15:10:53 CRI

 

ວັນທີ 4 ເມສານີ້, ທ່ານໂອຊາມາ ຮາມດານ ເຈົ້າໜ້າທີ່ຂັ້ນສູງຂະບວນການຕໍ່ຕ້ານຂອງອິດສະລາມິກຫຼື ຮາມັສຂອງປາແລັດສະຕິນໄດ້ອອະຖະແຫຼງການວ່າ: ມາຮອດປັດຈຸບັນ, ການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດກາຊາ “ບໍ່ມີຄວາມຄືບໜ້າ”.

 

ທ່ານຮາມດານກ່າວວ່າ: ເຖິງແມ່ນວ່າຝ່າຍອົງການຮາມັສໄດ້ຜ່ອນສັ້ນຜ່ອນຍາວຢ່າງຕັ້ງໜ້າເພື່ອບັນລຸການຢຸດຍິງ, ແຕ່ວ່າຝ່າຍອິດສະຣາແອນຍັງໄດ້ຮັກສາຫຼັກໝັ້ນທີ່ດື້ດ້ານຫົວແຂງ, ການເຈລະຈາກຳລັງຕົກຢູ່ໃນສະພາບທີ່ຢຸດສະງັກ. ພ້ອມກັນນັ້ນ, ທ່ານຮາມດານຍັງໄດ້ຕິຕຽນທ່ານເບັນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນທີ່ໄດ້ສ້າງສິ່ງກີດຂວາງໃຫ້ແກ່ການບັນລຸສັນຍາແລະມີ “ຄວາມສົນໃຈຢ່າງຈອມປອມ” ຕໍ່ການເຈລະຈາຮອບຕໍ່ໄປ.