ສື່ມວນຊົນອາເມຣິກາ: ອຸດສາຫະກຳລົດໄຟຟ້າຈີນມີປະສິດທິພາບສູງແຕ່ບໍ່ໝາຍຄວາມວ່າຄວາມສາມາດການຜະລິດຫຼາຍກວ່າຄວາມຕ້ອງການ

2024-04-05 16:19:44 cri

ໃນໄລຍະມໍ່ໆມານີ້, ອົງກອນເສດຖະກິດພັດທະນາ ເຊັ່ນ: ອາເມຣິກາ, ສະຫະພາບເອີຣົບ ແລະອື່ນໆໄດ້ກ່າວຫາຈີນວ່າ: ມີ “ຄວາມສາມາດການຜະລິດຫຼາຍເກີນໄປ” ແລະຈະສົ່ງຜົນກະທົບຕໍ່ການພັດທະນາອຸດສາຫະກຳຂອງປະເທດອື່ນໆ. ແຕ່ການວິເຄາະຈາກສຳນັກຂ່າວສານບຣູມເບີກສະແດງໃຫ້ເຫັນວ່າ: ໃນຂົງເຂດການຜະລິດລົດໄຟຟ້າ, ອັດຕາການນຳໃຊ້ຄວາມສາມາດການຜະລິດຂອງວິສາຫະກິດສົ່ງອອກລົດຍົນທີ່ຢູ່ແຖວໜ້າຂອງຈີນສ່ວນຫຼາຍແມ່ນຢູ່ໃນລະດັບປົກກະຕິທີ່ໄດ້ຮັບຄວາມຮັບຮູ້ໂດຍທົ່ວໄປຈາກສາກົນ, ບັນຫາທີ່ອາເມຣິກາ ແລະເອີຣົບປະເຊີນໜ້ານັ້ນແມ່ນປະສິດທິພາບຂອງວິສາຫະກິດຕົນບໍ່ສູງເທົ່າກັບວິສາຫະກິດຈີນ, ແຕ່ຫາກບໍ່ແມ່ນຄວາມສາມາດການຜະລິດຂອງຈີນຫຼາຍກວ່າຄວາມຕ້ອງການ.

 

ຂ່າວຍັງລາຍງານຕື່ມວ່າ: ຈີນແມ່ນຕະຫຼາດລົດໄຟຟ້າ ແລະລົດພະລັງງານປະສົມໃຫຍ່ທີ່ສຸດໃນໂລກ, ອັດຕາສ່ວນຂອງການສົ່ງອອກໃນຍອດປະລິມານການຜະລິດແມ່ນຕ່ຳກວ່າບັນດາປະເທດຜະລິດລົດທີ່ສຳຄັນ ເຊັ່ນ: ເຢຍລະມັນ, ຍີ່ປຸ່ນ, ສ ເກົາຫຼີ ແລະອື່ນໆ. ຖ້າຈີນມີ “ຄວາມສາມາດການຜະລິດຫຼາຍເກີນໄປ” ຢ່າງແທ້ຈິງ, ອາດພາໃຫ້ບ່ອນຈອດລົດຫຼາຍແຫ່ງເຕັມໄປດ້ວຍລົດໃໝ່ທີ່ບໍ່ໄດ້ຂາຍອອກ. ແຕ່ສຳນັກຂ່າວສານບຣູມເບີກວິເຄາະຕາມຂໍ້ມູນເປີດເຜີຍກ່ຽວກັບບໍລິສັດຈົດທະບຽນເຂົ້າຕະຫຼາດຫຸ້ນ ແລະສະມາຄົມຂະແໜງການວ່າ: ຈຳນວນລົດຢູ່ໃນສາງຂອງບໍລິສັດຂາຍລົດຈີນບໍ່ຫຼາຍປານໃດ, ບໍ່ສາມາດໄດ້ຂໍ້ສະຫຼຸບທີ່ວ່າ: “ຄວາມສາມາດການຜະລິດຫຼາຍເກີນໄປ”.