ສະມາຊິກສະພາສູງຟີລິບປິນ:ຟີລິບປິນພວມເດີນຢູ່ຕາມ “ເສັ້ນທາງທີ່ມີຄວາມອັນຕະລາຍ”

2024-04-05 15:03:52 cri

      ຫວ່າງກ່ອນນີ້ບໍ່ດົນ, ທ່ານນາງ ອິເມ ມາຄົສ ປະທານຄະນະກຳມະການການພົວພັນທາງການທູດຂອງສະພາສູງຟີລິບປິນໄດ້ອອກຖະແຫຼງການໃນນາມສ່ວນຕົວໂດຍໄດ້ຊີ້ໃຫ້ເຫັນວ່າ: ການກະທຳຂອງລັດຖະບານຟີລິບປິນທີ່ແນໃສ່ປະເທດຈີນໃນບັນຫາທະເລຈີນໃຕ້ໃນຫວ່າງມໍ່ໆມານີ້ພວມເຮັດໃຫ້ປະເທດຕົນເດີນໄປສູ່ “ເສັ້ນທາງທີ່ມີຄວາມອັນຕະລາຍ”.

      ຖະແຫຼງການລະບຸຕື່ມວ່າ: ນະໂຍບາຍທີ່ກ່ຽວຂ້ອງຂອງຟີລິບປິນອາດຈະເຮັດໃຫ້ອິດທິກຳລັງພາຍນອກເຂົ້າມາແຊກແຊງບັນຫາດັ່ງກ່າວ ເຊິ່ງນີ້ຄືຫົດນ້ຳມັນໃສ່ແປວໄຟມີແຕ່ຈະເຮັດໃຫ້ສະພາບຮ້າຍແຮງຂຶ້ນຕື່ມ. ລັດຖະບານຟີລິບປິນຄວນກັບຄືນສູ່ເສັ້ນທາງທີ່ສົມເຫດສົມຜົນເພື່ອສະແຫວງຫາຊ່ອງທາງແກ້ໄຂໂດຍສັນຕິ.

      ທ່ານນາງ ອິເມ ມາຄົສ ຍັງໄດ້ຕຳນິຕິຕຽນຕໍ່ຖ້ອຍຄວາມຂອງປະເທດຈຳນວນໜຶ່ງທີ່ວ່າ “ສະໜັບສະໜູນ” ຟີລິບປິນນັ້ນບໍ່ໜ້າເຊື່ອຖື,ພ້ອມທັງໄດ້ຮຽກຮ້ອງໃຫ້ປະເທດເຫຼົ່ານີ້ສະໜອງແຜນການແກ້ໄຂໂດຍສັນຕິເພື່ອຫຼີກເວັ້ນບໍ່ໃຫ້ເກີດການປະທະກັນຢູ່ໃນພາກພື້ນແຫ່ງນີ້.