ຄະນະກຳມະການສືບສວນຂອງຣັດເຊຍ: ເຫດການໂຈມຕີແບບກໍ່ການຮ້າຍຢູ່ໂຮງດົນຕີມີສ່ວນກ່ຽວພັນເຖິງການເຄື່ອນໄຫວທາງການທະຫານພິເສດຂອງຣັດເຊຍ

2024-04-06 15:06:53 cri

ວັນທີ 5 ເມສານີ້, ຄະນະກຳມະການສືບສວນຂອງຣັດເຊຍແຈ້ງໃຫ້ຮູ້ວ່າ: ຕາມການສຳຫຼວດຂອງຣັດເຊຍສະແດງໃຫ້ເຫັນວ່າ: ເຫດການໂຈມຕີແບບກໍ່ການຮ້າຍຢູ່ໂຮງດົນຕີ “ເມືອງໂຄຣຄຸສ” ມີສ່ວນກ່ຽວພັນເຖິງການເຄື່ອນໄຫວທາງການທະຫານພິເສດຂອງຣັດເຊຍທີ່ດຳເນີນຢູ່ອູແກຣນ.

 

ຄະນະກຳມະການສືບສວນຂອງຣັດເຊຍຍັງແຈ້ງໃຫ້ຮູ້ວ່າ: ຮັດເຊຍຈະສືບຕໍ່ໃຊ້ມາດຕະການທີ່ຈຳເປັນ ເພື່ອຢືນຢັນວ່າອົງການຂ່າວກອງຂອງອູແກຣນ ແລະກຸ່ມກໍ່ການຮ້າຍສາກົນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ແລະສະໜອງທຶນໃຫ້ການໂຈມຕີແບບກໍ່ການຮ້າຍຄັ້ງນີ້ຫຼືບໍ່.