ສະພາສິດທິມະນຸດໄດ້ຜ່ານມະຕິກ່ຽວກັບເຂດກາຊາ ໂດຍຮຽກຮ້ອງໃຫ້ອິດສະຣາແອນ “ຮັບຜິດຊອບ” ຕໍ່ເຂດກາຊາ

2024-04-06 15:01:41 cri


ວັນທີ 5 ເມສານີ້, ສະພາສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ຮັບຮອງມະຕິສະບັບໜຶ່ງ ໂດຍຮຽກຮ້ອງໃຫ້ ອິດສະຣາແອນແບກຫາບຄວາມຮັບຜິດຊອບຕໍ່ "ອາດຊະຍາກຳສົງຄາມ" ແລະ “ອາດຊະຍາກຳທຳຮ້າຍມະນຸດ” ທີ່ອາດຈະສ້າງຂຶ້ນຢູ່ເຂດກາຊາ, ແລະຮຽກຮ້ອງໃຫ້ປະເທດຕ່າງໆຍຸດຕິການສະໜອງອາວຸດໃຫ້ແກ່ອິດສະຣາແອນ.


ມະຕິດັ່ງກ່າວແມ່ນປາກິດສະຖານຕາງໜ້າບັນດາປະເທດສະມາຊິກອົງການຮ່ວມມືອິສລາມນອກຈາກອານບານີ ຍື່ນໃຫ້ສະພາສິດທິມະນຸດ. ໃນຈຳນວນ 47 ປະເທດສະມາຊິກສະພາສິດທິມະນຸດ, ມີ 28 ປະເທດໄດ້ລົງຄະແນນສຽງເຫັນດີ, 6 ປະເທດຄັດຄ້ານ, 13 ປະເທດງົດລົງຄະແນນສຽງ. ຈີນໄດ້ລົງຄະແນນສຽງເຫັນດີ, ໃນຂະນະທີ່ອາເມຣິກາແລະເຢຍລະມັນໄດ້ລົງຄະແນນສຽງຄັດຄ້ານ.