ຈັດກອງປະຊຸມໜ່ວຍງານກົນໄກເປິກສາຫາລືຄວາມໝັ້ນຄົງດ້ານການທະຫານເທິງທະເລລະຫວ່າງຈີນ-ອາເມຣິກາ

2024-04-06 15:30:05 cri


      ວັນທີ 3 ຫາ 4 ເມສານີ້, ກອງທັບຂອງຈີນແລະອາເມຣິກາໄດ້ຈັດກອງປະຊຸມໜ່ວຍງານກົນໄກເປິກສາຫາລືຄວາມໝັ້ນຄົງດ້ານການທະຫານເທິງທະເລລະຫວ່າງຈີນ-ອາເມຣິກາປະຈຳປີ 2024 ຢູ່ລັດຮາວາຍສະຫະລັດອາເມຣິກາ ໂດຍມີຈຸດປະສົງເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດຂອງສອງປະເທດ,ຊຸກຍູ້ການພົວພັນລະຫວ່າງສອງກອງທັບໃຫ້ຂະຫຍາຍຕົວແບບຍືນຍົງຢ່າງປອດໃສແລະໝັ້ນທ່ຽງ.

      ສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງຈິງໃຈແລະມີລັກສະນະສ້າງສັນກ່ຽວກັບສະພາບຄວາມໝັ້ນຄົງທາງທະເລແລະທາງອາກາດລະຫວ່າງຈີນ-ອາເມຣິກາໃນປັດຈຸບັນບົນພື້ນຖານສະເໝີພາບແລະເຄົາລົບເຊິ່ງກັນແລະກັນ, ແລະໄດ້ດຳເນີນການປະເມີນຜົນຕໍ່ສະພາບການປະຕິບັດ “ກົດລະບຽບແຫ່ງການປະພຶດດ້ວຍຄວາມປອດໄພໃນເວລາປະສົບຢ່າງບັງເອີນຢູ່ທາງທະເລແລະທາງອາກາດຈີນ-ອາເມຣິກາ” ນັບແຕ່ຈັດກອງປະຊຸມໜ່ວຍງານກົນໄກເປິກສາຫາລືຄວາມໝັ້ນຄົງດ້ານການທະຫານເທິງທະເລລະຫວ່າງຈີນ-ອາເມຣິກາປີ 2021 ເປັນຕົ້ນມາ ພ້ອມທັງໄດ້ຫາລືມາດຕະການກ່ຽວກັບການແກ້ໄຂບັນຫາຄວາມໝັ້ນຄົງດ້ານການທະຫານເທິງທະເລລະຫວ່າງຈີນ-ອາເມຣິກາ.