ຈີນຮຽກຮ້ອງໃຫ້ອິດສະຣາແອນຍຸດຕິການໂຈມຕີທາງການທະຫານຕໍ່ເຂດກາຊາໃນທັນທີ

2024-04-06 16:44:12 cri

     ວັນທີ 5 ເມສານີ້, ທ່ານ ໄຕ້ປິ່ງ ຜູ້ວ່າການແທນຊົ່ວຄາວຂອງຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ອິດສະຣາແອນປະຕິບັດຕາມຄວາມຮຽກຮ້ອງຂອງມະຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນທັນທີ,ຍຸດຕິການໂຈມຕີທາງການທະຫານຕໍ່ເຂດກາຊາ,ຍຸດຕິການລົງໂທດລວມໝູ່ຕໍ່ປະຊາຊົນຢູ່ເຂດກາຊາ,ພ້ອມທັງຮຽກຮ້ອງໃຫ້ປະເທດໃຫຍ່ທີ່ມີບົດບາດອັນສຳຄັນຕໍ່ຝ່າຍທີ່ກ່ຽວຂ້ອງເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຈັດຕັ້ງປະຕິບັດມະຕິທີ່ກ່ຽວຂ້ອງ.ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການຢຸດຍິງຢູ່ເຂດກາຊາໂດຍໄວ,ຜ່ອນຄາຍໄພພິບັດດ້ານມະນຸດສະທຳແລະຈັດຕັ້ງປະຕິບັດ “ແຜນການສອງປະເທດ”.