ທ່ານ ວາງຢີ້ ໄປສຳຫຼວດກວດກາສະພາບການສ້າງດ່ານຊາຍແດນຢູ່ເຂດກວາງຊີ

2024-04-06 15:29:06 cri

      ວັນທີ 5 ເມສານີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ,ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ກ່າວເນັ້ນໜັກໃນເວລາສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນວ່າ: ຕ້ອງລົງເລິກຈັດຕັ້ງປະຕິບັດຈິດໃຈຄຳຊີ້ນຳອັນສຳຄັນທີ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນໄດ້ກ່າວໃນເວລາສຳຫຼວດກວດກາວຽກງານຢູ່ເຂດກວາງຊີ,ເພີ່ມທະວີການສ້າງສາດ່ານຊາຍແດນຢ່າງຕໍ່ເນື່ອງ,ເພື່ອເພີ່ມພະລັງແຮງອັນໃໝ່ເຂົ້າໃນການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຂອງເຂດກວາງຊີ,ຊຸກຍູ້ການຮ່ວມມືຈີນ-ອາຊຽນແລະສ້າງເຂດດຳເນີນທຸລະກິດຢ່າງສະດວກໃຫ້ແກ່ຕະຫຼາດທີ່ເຄື່ອນໄຫວທັງພາຍໃນແລະສາກົນຢ່າງບໍ່ຢຸດຢັ້ງ.

     ທ່ານ ວາງຢີ້ ໄດ້ໄປສຳຫຼວດກວດກາສະພາບການດຳເນີນງານຂອງໂຄງການກໍ່ສ້າງດ່ານອັດສະລິຍະດ່ານມິດຕະພາບ,ແລະໄດ້ສຳຫຼວດເຂດຮ່ວມມືອຸດສາຫະກຳຈີນ-ອາຊຽນທີ່ເຂດຊົງໂຈ, ພ້ອມທັງໄດ້ຈັດກອງປະຊຸມສົນທະນາເພື່ອຮັບຟັງຄວາມຄິດເຫັນແລະຂໍ້ສະເໜີຈາກພາກສ່ວນທີ່ກ່ຽວຂ້ອງ,ຫົວໜ່ວຍຂັ້ນພື້ນຖານແລະພະນັກງານຂັ້ນຮາກຖານຂອງເຂດກວາງຊີ.