ຂະແໜງການບໍລິການຂອງຈີນໃນເດືອນມີນາປີນີ້ມີທ່ວງທ່າຟື້ນຕົວດີຂຶ້ນ

2024-04-07 10:55:10 cri

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສູນສຳຫຼວດຂະແໜງການບໍລິການອົງການສະຖິຕິແຫ່ງຊາດຈີນ ແລະ ສະຫະພັນການຈໍລະຈອນສິນຄ້າ ແລະ ການຈັດຊື້ຈີນໃນເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ໃນເດືອນມີນາປີນີ້, ດັດຊະນີການເຄື່ອນໄຫວທຸລະກິດຂອງຂະແໜງການບໍລິການຂອງຈີນແມ່ນ 52,4%, ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ເດືອນກຸມພາປີນີ້, ໄດ້ມີການຟື້ນຕົວສູງຂຶ້ນເປັນເວລາ 3 ເດືອນລຽນຕິດ, ຈັງຫວະການຂະຫຍາຍຕົວຂອງຂະແໜງການບໍລິການໄວຂື້ນ.

ເມື່ອເບິ່ງຈາກຂະແໜງການແລ້ວ, ການຜະລິດ ແລະ ການດຳເນີນທຸລະກິດຂອງຂະແໜງການບໍລິການທີ່ຕິດແທດກັບການຜະລິດຂອງວິສາຫະກິດແມ່ນມີຄວາມຄຶກຄັກຂ້ອນຂ້າງສູງ. ໃນເດືອນມີນາປີນີ້, ດັດຊະນິການເຄື່ອນໄຫວທຸລະກິດຂອງການບໍລິການດ້ານໄປສະນີ, ໂທລະຄົມ, ວິທະຍຸ-ໂທລະພາບ ແລະ ການສົ່ງສັນຍານຜ່ານດາວທຽມ, ການບໍລິການດ້ານເງິນຕາ, ການທະນາຄານ ແລະອື່ນໆ ຕ່າງກໍຢູ່ໃນລະດັບສູງກວ່າ 60,0% ເຊິ່ງເປັນລະດັບສູງ ແລະ ມີທ່ວງທ່າການພັດທະນາທີ່ດີ, ປະລິມານທຸລະກິດເພີ່ມຂຶ້ນຢ່າງວ່ອງໄວ; ດັດຊະນີການເຄື່ອນໄຫວທຸລະກິດຂອງການຂາຍຍົກ, ການຂົນສົ່ງທາງລົດໄຟ, ການໃຫ້ເຊົ່າ, ການບໍລິການທຸລະກິດ ແລະ ຂະແໜງການອື່ນໆຢູ່ໃນລະດັບ 53,0% ແລະຂຶ້ນໄປ, ຕ່າງກໍມີການຟື້ນຕົວສູງຂຶ້ນໃນລະດັບຕ່າງກັນ.

ສູນສຳຫຼວດຂະແໜງການການບໍລິການອົງການສະຖິຕິແຫ່ງຊາດຈີນລະບຸວ່າ: ເມື່ອເບິ່ງຈາກການຄາດຄະເນດ້ານຕະຫຼາດແລ້ວ, ໃນເດືອນມີນາປີນີ້, ດັດຊະນີການຄາດຄະເນການເຄື່ອນໄຫວທຸລະກິດແມ່ນ 58,2%, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ເດືອນກຸມພາປີນີ້, ເປັນລະດັບສູງ ແລະ ມີທ່ວງທ່າການພັດທະນາທີ່ດີ ເຊິ່ງສະແດງໃຫ້ເຫັນວ່າ: ວິສາຫະກິດການບໍລິການສ່ວນໃຫຍ່ມີຄວາມເຫັນໃນແງ່ດີຕໍ່ອະນາຄົດການພັດທະນາຂອງຕະຫຼາດ.