ຈີນ ແລະ ອາຊຽນຮ່ວມມືກັນເພື່ອປົກປ້ອງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ

2024-04-07 17:56:31 cri

ເມື່ອບໍ່ດົນມານີ້, ທ່ານປຣາໂບໂວ ຊຸບຽນໂຕ ປະທານາທິບໍດີອິນໂດເນເຊຍທີ່ໄດ້ຮັບການເລືອກຕັ້ງ, ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານບຸຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານເບັນດີໂຕ ເຟຣຕັສ ລັດຖະມົນຕີກະຊວງການຕ່າງປະເທດຕີມໍແລັດສະເຕ ແລະ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມຈີນຕາມລຳດັບ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາອັນຕັ້ງໜ້າຂອງປະເທດທີ່ກ່ຽວຂ້ອງໃນການພັດທະນາການພົວພັນກັບຈີນ.

ການຮ່ວມມືລະຫວ່າງຈີນ ແລະ ອາຊຽນໃນຂົງເຂດຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດການຄ້າ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງມາໂດຍຕະຫຼອດ, ຫຼາຍໂຄງການທີ່ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ກ່ຽວພັນກັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຄວາມຄືບໜ້າເລື່ອຍໆ. ຈີນໄດ້ຍຶດໝັ້ນໃນການຄຸ້ມຄອງ, ຄວບຄຸມ ແລະ ແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການເຈລະຈາສັນຕິພາບຢ່າງສະເໝີຕົ້ນສະເໝີປາຍ. ພຶດຕິກຳຕົວຈິງໄດ້ພິສູດແລ້ວວ່າ: ການທີ່ຢູ່ທະເລຈີນໃຕ້ສາມາດຮັກສາສັນຕິພາບ ແລະ ສະຖຽນລະພາບ ແມ່ນປາສະຈາກຄວາມພະຍາຍາມຮ່ວມກັນຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນບໍ່ໄດ້ ເຊິ່ງເປັນເລື່ອງທີ່ບໍ່ແມ່ນງ່າຍ ແລະ ມີຄວາມລ້ຳຄ່າເປັນພິເສດ.

ຜູ້ຊ່ຽວຊານໄດ້ວິເຄາະແລ້ວຊີ້ອອກວ່າ: ປະເທດສະມາຊິກອາຊຽນຮັກສາຄວາມສາມັກຄີເປັນເລື່ອງທີ່ສຳຄັນທີ່ສຸດ ເພາະວ່າມີແຕ່ສາມັກຄີກັນຈຶ່ງສາມາດປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນໄດ້. ອາເມຣິກາດຶງເອົາປະເທດຈຳນວນໜຶ່ງຕໍ່ຕ້ານກັບຈີນ, ທີ່ຈິງແລ້ວແມ່ນທຳລາຍຄວາມສາມັກຄີຂອງອາຊຽນ ແລະ ເຮັດໃຫ້ປະຊາຊົນປະເທດສະມາຊິກອາຊຽນເກີດມີຄວາມກັງວົນ. ສາເຫດທີ່ປະເທດຈີນມີຄວາມສາມາດດຶງດູດຫຼາຍກວ່າ ແມ່ນຍ້ອນປະເທດຈີນໄດ້ສະໜອງສິດເປັນເຈົ້າການຫຼາຍກວ່າໃຫ້ແກ່ການພັດທະນາຂອງປະເທດໃນພາກພື້ນ ແລະ ນະໂຍບາຍດ້ານເສດຖະກິດການຄ້າຂອງຈີນເປັນນະໂຍບາຍຍາວນານ ແລະ ສະເໝີຕົ້ນສະເໝີປາຍ.

ໃນປີ 2023 ທີ່ຜ່ານມາ, ຈີນ ແລະ ອາຊຽນໄດ້ເປັນຄູ່ການຄ້າໃຫຍ່ທີ່ສຸດເຊິ່ງກັນແລະກັນເປັນເວລາ 4 ປີລຽນຕິດ. ປັດຈຸບັນ, ການເຈລະຈາຍົກລະດັບເຂດການຄ້າເສລີຈີນ-ອາຊຽນໃຫ້ເປັນເຂດການຄ້າເສລີ 3,0 ກຳລັງໄດ້ດຳເນີນໄປຢ່າງເປັນແບບແຜນ. ພ້ອມກັນນັ້ນ, ປີນີ້ຍັງເປັນ “ປີແລກປ່ຽນວັດທະນະທຳຈີນ-ອາຊຽນ”, ສອງຝ່າຍຈະຮ່ວມກັນຈັດກິດຈະກຳ 200 ກວ່າຄັ້ງ. ການຮ່ວມມືລະຫວ່າງຈີນ ແລະ ອາຊຽນໄດ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນເສົາຄ້ຳທີ່ສຳຄັນໃນການປົກປ້ອງສັນຕິພາບ ແລະ ສະຖຽນລະພາບ ກໍຄືການຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.