ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເຮັດໃຫ້ສະພາບແວດລ້ອມການລົງທຶນຂອງອິດສະຣາແອນຊຸດໂຊມລົງ

2024-04-07 10:23:44 cri

ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ທີ່ໄດ້ສືບເນື່ອງມາເປັນເວລາເຄິ່ງປີນັ້ນ ບໍ່ພຽງແຕ່ເຮັດໃຫ້ເຂດກາຊາເກີດວິກິດການດ້ານມະນຸດສະທຳທີ່ໜັກໜ່ວງເທົ່ານັ້ນ, ແຕ່ຍັງໄດ້ກະທົບກະເທືອນເຖິງເສດຖະກິດອິດສະຣາແອນຢ່າງໜັກໜ່ວງ, ເຮັດໃຫ້ສະພາບແວດລ້ອມການລົງທຶນຢູ່ພາຍໃນປະເທດອິດສະຣາແອນຊຸດໂຊມລົງຢ່າງວ່ອງໄວ ແລະ ງົບປະມານລາຍຈ່າຍຂອງລັດຖະບານກໍ່ໄດ້ຖີບຕົວສູງຂຶ້ນຕື່ມອີກ.


ຕົວເລກຂໍ້ມູນຫຼ້າສຸດທີ່ກົມສະຖິຕິສູນກາງອິດສະຣາແອນເປີດເຜີຍສະແດງໃຫ້ເຫັນວ່າ: ໂດຍໄດ້ກວດກາການຄິດໄລ່ຄືນໃໝ່, ໄຕມາດທີ 4 ຂອງປີ 2023, ເສດຖະກິດອິດສະຣາແອນໄດ້ຫຼຸດລົງ 20,7%, ການບໍລິໂພກຂອງສ່ວນບຸກຄົນໄດ້ຫຼຸດລົງ 27,3%, ການນຳເຂົ້າສິນຄ້າແລະການບໍລິການໄດ້ຫຼຸດລົງ 42,4%, ການລົງທຶນດ້ານອະສັງຫາລິມະຊັບໄດ້ຫຼຸດລົງ 68,4% ແລະ ງົບປະມານລາຍຈ່າຍຂອງລັດຖະບານພັດໄດ້ເພີ່ມຂຶ້ນ 83,7% ເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2022. ການປະທະກັນໄດ້ສ້າງຄວາມກົດດັນທີ່ນັບມື້ນັບຫຼາຍຂຶ້ນຕໍ່ການເງິນອິດສະຣາແອນ, ລັດຖະບານອິດສະຣາແອນພວມຕິດໜີ້ນັບມື້ນັບເພີ່ມຂຶ້ນ ເພື່ອການເຄື່ອນໄຫວທາງການທະຫານ, ງົບປະມານລາຍຈ່າຍດ້ານການປ້ອງກັນປະເທດທີ່ເພີ່ມຂຶ້ນຢ່າງວ່ອງໄວໄດ້ເປັນໄພຂົ່ມຂູ່ຕໍ່ເສດຖະກິດອິດສະຣາແອນ.