ຣັດເຊຍຍິນດີດຳເນີນການສົນທະນາຢ່າງສະເໝີພາບກັບທຸກໆປະເທດກ່ຽວກັບບັນຫາທີ່ບໍ່ນຳໃຊ້ອະວະກາດຊັ້ນນອກໃນທາງການທະຫານ

2024-04-07 11:07:17 CRI


ວັນທີ 6 ເມສານີ້, ທ່ານນາງມາເຣຍ ຈາຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ຣັດເຊຍຍິນດີດຳເນີນການສົນທະນາຢ່າງສະເໝີພາບກັບທຸກໆປະເທດກ່ຽວກັບບັນຫາທີ່ບໍ່ນຳໃຊ້ອະວະກາດຊັ້ນນອກໃນທາງການທະຫານ.

 

ທ່ານນາງຈາຮາໂຣວາກ່າວວ່າ, ອາເມຣິກາຄັດຄ້ານຂໍ້ລິເລີ່ມຂອງຣັດເຊຍກ່ຽວກັບການຫຼີກເວັ້ນການຊ່ວງເສັງປະກອບອາວຸດດ້ານອະວະກາດມາໂດຍຕະຫຼອດ, ນີ້ໄດ້ສະແດງໃຫ້ເຫັນເຖິງຫຼັກໝັ້ນຂອງເຈົ້າໜ້າທີ່ອາເມຣິກາ, ຄື: ທຳລາຍຄວາມພະຍາຍາມທີ່ເປັນການຮັກສາສັນຕິພາບສາກົນ ແລະ ປັບປຸງຄວາມໝັ້ນຄົງຂອງໂລກໂດຍຜ່ານຈາກການປັບປຸງກົນໄກຄວບຄຸມກຳລັງການທະຫານທີ່ມີຢູ່ໃນປັດຈຸບັນ ແລະ ນຳໃຊ້ພາຫະນະໃໝ່ດ້ານກົດໝາຍ. ຂະນະດຽວກັນ, ອາເມຣິກາໄດ້ສະເໜີໃຫ້ສ້າງກະຕິກາການເຄື່ອນໄຫວທີ່ “ມີຄວາມຮັບຜິດຊອບ” ຢູ່ບົນພື້ນຖານລະບຽບການທີ່ສະເໜີໂດຍຕົນເອງ, ແຕ່ບໍ່ສາມາດປະຕິບັດໄດ້ໃນດ້ານເຕັກນິກ ແລະ ດ້ານກົດໝາຍສາກົນ.