ທ່ານສີຈິ້ນຜິງລົງມືປູກຕົ້ນໄມ້ຕົວຈິງເປັນເວລາ10ກວ່າປີຕິດຕໍ່ກັນ

2024-04-08 15:58:00 cri





ຕອນເຊົ້າວັນທີ3ເມສາ2024, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສວນສາທາລະນະປ່າໄມ້ຢູ່ແຄມແມ່ນ້ຳສາວປາຍເພື່ອເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ. ເດືອນເມສາພໍດີເປັນລະດູການທີ່ດີເໝາະສຳລັບການປູກຕົ້ນໄມ້, ເພິ່ນຮຽກຮ້ອງມາຍັງທຸກຄົນຈົ່ງຕັ້ງໜ້າເຂົ້າຮ່ວມການປູກໄມ້ໃຫ້ເປັນປ່າ, ທຸກຄົນຈົ່ງແຂ່ງຂັນກັນເປັນທູດສີຂຽວ ເປັນຜູ້ນຳໜ້າດ້ານການຮັກສາສິ່ງແວດລ້ອມນິເວດ.

 



ຕອນເຊົ້າວັນທີ3ເມສາ2024, ທ່ານສີຈິ້ນຜິງ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ

  ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໃນລະດູໃບໄມ້ປົ່ງຂອງແຕ່ລະປີ, ທ່ານສີຈິ້ນຜິງຕ້ອງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ. ການພວນດິນດ້ວຍຊວ້ານ, ເອົາເບັ້ຍໄມ້ວາງລົງໃສ່ຂຸມ, ຖົມດິນ, ຫົດນ້ຳ… ເພິ່ນເຮັດດ້ວຍຄວາມຊຳນິຊຳນານ ເຊິ່ງສະແດງໃຫ້ເຫັນເຖິງນ້ຳໃຈສີຂຽວທີ່ບໍ່ເຄີຍປ່ຽນແປງຈັກເທື່ອໃນຫຼາຍປີຜ່ານມາ.

 

   ທ່ານສີຈິ້ນຜິງໄດ້ຕີລາຄາມາຫຼາຍເທື່ອແລ້ວວ່າ ກິດຈະກຳປູກໄມ້ໃຫ້ເປັນປ່າເປັນສິ່ງທີ່ມີຄຸນປະໂຫຍດຫຼາຍ.

 

   ເພິ່ນເຄີຍສັ່ງສອນບັນດາຫຼານນ້ອຍນັກຮຽນທີ່ເປັນສະມາຊິກກອງເຍົາວະຊົນບຸກເບີກຈີນທີ່ເຂົ້າຮ່ວມປູກຕົ້ນໄມ້ນຳກັນນັ້ນວ່າ: “ຫຼັງຈາກ10ປີ 20ປີຜ່ານໄປ, ພວກຫຼານສາມາດກັບຄືນມາບ່ອນນີ້ເພື່ອເບິ່ງວ່າ ເບັ້ຍໄມ້ນ້ອຍທີ່ປູກດ້ວຍຕົນເອງມັນເຕີບໃຫຍ່ເປັນຄືແນວໃດແລ້ວ, ນີ້ຄືສິ່ງທີ່ມີຄຸນປະໂຫຍດຫຼາຍ.”

 



ວັນທີ28ກຸມພາ2024 ອົງການປົກຄອງເມືອງຈີໂຈ່ວນະຄອນຈີອ່ານແຂວງຈ່ຽງຊີຈີນໄດ້ຈັດຕັ້ງພະນັກງານສະມາຊິກພັກແລະອາສາສະຫມັກປູກຕົ້ນໄມ້ຕາມພັນທະ

   ນັບແຕ່ປີ2012ເປັນຕົ້ນມາ,  ທົ່ວປະເທດຈີນສາມາດປະຕິບັດໜ້າທີ່ການ ປູກໄມ້ໃຫ້ເປັນປ່າແລະສ້າງພື້ນທີ່ສີຂຽວສຳເລັດແລ້ວ112ລ້ານເຮັກຕາ, ເນື້ອທີ່ ປ່າໄມ້ ແລະປະລິມານສະສົມປ່າໄມ້ໃນທົ່ວປະເທດຈີນສາມາດຮັກສາການເຕີບ ໂຕເປັນເວລາຫຼາຍປີຕິດຕໍ່ກັນ, ເນື້ອທີ່ປູກປ່າບັນລຸເຖິງ 87,6 ລ້ານເຮັກ ຕາ, ເປັນອັນດັບໜຶ່ງຂອງໂລກ.

 

  ເມື່ອເບິ່ງໃນຂອບເຂດທົ່ວໂລກແລ້ວເຫັນວ່າ: ເນື້ອທີ່ປູກປ່າທີ່ເພີ່ມໃໝ່ໃນໄລຍະເກືອບ20ປີຜ່ານມານັ້ນ ກວມ25%ແມ່ນຈີນເປັນຜູ້ປະກອບສ່ວນ. ຈີນໄດ້ກາຍເປັນປະເທດທີ່ມີຊັບພະຍາກອນປ່າໄມ້ເພີ່ມຂຶ້ນໄວທີ່ສຸດແລະເພີ່ມຂຶ້ນຫຼາຍທີ່ສຸດຢູ່ໃນໂລກ.

 

ວັນທີ4ເມສາ2023, ໃນເວລາເຂົ້າຮ່ວມກິດຈະກຳປູກຕົ້ນໄມ້, ທ່ານສີຈິ້ນຜິງໄດ້ເວົ້າເຖິງຜົນງານອັນຍິ່ງໃຫຍ່ຂອງຈີນທີ່ມີເນື້ອທີ່ປູກປ່າເປັນອັນດັບໜຶ່ງຂອງໂລກ, ເພິ່ນເວົ້າດ້ວຍຄວາມປະທັບໃຈວ່າ: “ການປູກໄມ້ໃຫ້ເປັນປ່າຂອງໂລກ, ການປັບປຸງການປ່ຽນແປງຂອງດິນຟ້າອາກາດທົ່ວໂລກໃຫ້ດີຂຶ້ນ, ຈີນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ  ປະຊາຊົນຈີນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໂດຍບໍ່ສາມາດລຶບລ້າງໄດ້.”

 

ປີ2024ນີ້, ຢູ່ສະຖານທີ່ປູກຕົ້ນໄມ້, ທ່ານສີຈິ້ນຜິງໄດ້ມີຄຳຮຽກຮ້ອງວ່າ: ການປູກໄມ້ໃຫ້ເປັນປ່າ ເຮັດໃຫ້ປະເທດຊາດກາຍເປັນສີຂຽວ ທຸກຄົນຕ້ອງປະຕິບັດຕາມໜ້າທີ່ຂອງຕົນ: “ຕ້ອງປູກຕົ້ນໄມ້ຢ່າງຕໍ່ເນື່ອງ, ເຮັດສືບກັນໄປຈາກຮຸ່ນສູ່ຮຸ່ນເພື່ອສ້າງ ‘ພື້ນຖານສີຂຽວ’ ຂອງປະເທດຊາດໃຫ້ແໜ້ນໜາຍິ່ງໆຂຶ້ນ”. ພ້ອມກັນນັ້ນ, ເພິ່ນຍັງໄດ້ສະເໜີວິທີວິທະຍາສາດຄື “ຂະຫຍາຍພື້ນທີ່ສີຂຽວ, ພັດທະນາພື້ນທີ່ສີຂຽວແລະອະນຸລັກຮັກສາພື້ນທີ່ສີຂຽວໄປຄຽງຄູ່ກັນ.”

 

ປີ2024 ເປັນປີທີ່ສປຈີນສ້າງຕັ້ງວັນປູກຕົ້ນໄມ້ແຫ່ງຊາດວັນທີ12ມີນາຄົບຮອບ 45 ປີ. ຕະຫຼອດໄລຍະ45 ປີຜ່ານມາ, ຊາວຈີນຫຼາຍເຊັ່ນຄົນໄດ້ປູກຕົ້ນໄມ້ໃສ່ດິນແດນປະເທດຊາດ,ບຸກບືນສູ້ຊົນຢ່າງຕໍ່ເນື່ອງເພື່ອສ້າງໃຫ້ເປັນປ່າ. ປະຊາຊົນຈີນນັບເປັນຮ້ອຍລ້ານຄົນໄດ້ປູກຕົ້ນໄມ້ຕາມພັນທະຂອງພົນລະເມືອງຢ່າງໜັກແໜ້ນ,ປະຕິບັດຕາມຄຳໝັ້ນສັນຍາໃນການສ້າງປະເທດໃຫ້ເປັນສີຂຽວ, ໃນທີ່ສຸດແມ່ນສາມາດເຮັດໃຫ້ປະເທດຈີນກາຍເປັນປະເທດທີ່ສວຍງາມແລະມີສີຂຽວປົກຫຸ້ມທົ່ວດິນແດນ.

 

“ຄົນຮຸ່ນກ່ອນປູກຕົ້ນໄມ້ ຄົນຮຸ່ນຫຼັງໄດ້ຮົ່ມເຢັນ, ຜູ້ຄົນພວກເຮົາຮຸ່ນນີ້ແມ່ນຕ້ອງສ້າງຄວາມຜາສຸກໃຫ້ລູກຫຼານຄົນຮຸ່ນຫຼັງດ້ວຍຄວາມພະຍາມຂອງຕົນ.” ທ່ານສີຈິ້ນຜິງໄດ້ຊີ້ແຈງຄວາມໝາຍສຳຄັນຂອງການປູກໄມ້ໃຫ້ເປັນປ່າຄືແນວນີ້, ເພິ່ນຖືວ່າ ສິ່ງນີ້ເປັນພາລະກິດອັນສູງສົ່ງຢ່າງໜຶ່ງທີ່ສ້າງຜົນງານໃນຍຸກປັດຈຸບັນແຕ່ມີຄຸນປະໂຫຍດຕໍ່ຄົນຮຸ່ນຫຼັງ, ສະນັ້ນຕ້ອງເຮັດຕໍ່ໄປຢ່າງສະເໝີຕົ້ນສະເໝີປາຍ.

 



ຕອນເຊົ້າວັນທີ3ເມສາ2024, ທ່ານສີຈິ້ນຜິງ ໄດ້ໂອ້ລົມສົນທະນາກັບຫຼານນ້ອຍເຍົາວະຊົນບຸກເບີກຈີນໃນໂອກາດເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ


ສະຖານທີ່ປູກຕົ້ນໄມ້ຄືຫ້ອງຮຽນດີທີ່ສຸດ. ໃນເວລາເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຂອງນະຄອນຫຼວງປັກກິ່ງທຸກເທື່ອ, ທ່ານສີຈິ້ນຜິງບໍ່ພຽງແຕ່ໄດ້ສອນວິທີການປູກຕົ້ນໄມ້ແລະທັດສະນະຄະຕິດ້ານການເປັນຄົນໃຫ້ກັບເດັກນ້ອຍທັງຫຼາຍເທົ່ານັ້ນ, ເພິ່ນຍັງໄດ້ສົ່ງເສີມໃຫ້ເດັກນ້ອຍທັງຫຼາຍຈົ່ງລົງມືເຮັດດ້ວຍຕົນເອງ, ສຳຜັດດ້ວຍຕົນເອງ, ສຳນຶກຮູ້ຕົນເອງ ເພື່ອປູກຈິດສຳນຶກສີຂຽວ.

 

“ຫວັງວ່າ ບັນດາຫຼານນ້ອຍນັກຮຽນຈະປູກຈິດສຳນຶກແຫ່ງການອະນຸລັກສິ່ງແວດລ້ອມ, ຮັກສີຂຽວແລະອະນຸລັກສີຂຽວມາແຕ່ເຍົາໄວ, ຕ້ອງຮູ້ເຫດຜົນ ທັງຕ້ອງເປັນຜູ້ປະຕິບັດຕົວຈິງຢ່າງມີເຫດຜົນ, ຕັ້ງໜ້າສ້າງສະຕິອອກແຮງງານແລະຄວາມສາມາດອອກແຮງງານ,ປູກຕົ້ນໄມ້ໃບຫຍ້າເພື່ອປະເທດຊາດດ້ວຍສອງຝາມືຂອງຕົນ, ສ້າງໂລກທີ່ພວກເຮົາດຳລົງຊີວິດຢູ່ຮ່ວມກັນນັ້ນໃຫ້ສວຍງາມຂຶ້ນ.”

 

“ການສຶກສາອົບຮົມເດັກນ້ອຍແມ່ນຄືກັນກັບການປູກຕົ້ນໄມ້, ຕ້ອງຕັ້ງເບັ້ຍໄມ້ໃຫ້ຊື່ເລີ່ມແຕ່ຫົວທີ, ຖ້າບໍ່ດັ່ງນັ້ນມັນຈະງ່ຽງໄປເມື່ອເວລາເຕີບໃຫຍ່ຂຶ້ນ.”

 

“ຖ້າພວກຫຼານກາຍເປັນພໍ່ແມ່ແລ້ວກໍຄວນຊຸກຍູ້ໃຫ້ລູກຫຼານປູກຕົ້ນໄມ້ຕໍ່ໄປ, ເຮັດສືບກັນໄປຈາກຮຸ່ນສູ່ຮຸ່ນ, ປະເທດຈີນທີ່ສວຍງາມກໍແມ່ນສ້າງສາຂຶ້ນມາແບບນີ້ແຫຼະ.”

 

“ບຳລຸງສ້າງສະຕິເຄົາລົບທຳມະຊາດ,ຮັກຫອມທຳມະຊາດ,ດຸໝັ່ນຮ່ຳຮຽນ, ຫັດກາຍບໍລິຫານ, ເຕີບໃຫຍ່ຢ່າງເຂັ້ມແຂງ, ພັດທະນາຢ່າງຮອບດ້ານທັງຄຸນສົມບັດ, ສະຕິປັນຍາ, ພະລະ, ສິລະປະ ແລະການອອກແຮງງານ, ພະຍາຍາມສູ້ຊົນສ້າງຕົນເອງໃຫ້ກາຍເປັນກຳລັງຫຼັກແຫຼ່ງຂອງປະເທດຊາດ.”…

 

ທັງໝົດນີ້ແມ່ນຄຳສັ່ງສອນທີ່ທ່ານສີຈິ້ນຜິງໃຫ້ໄວ້ກັບເດັກນ້ອຍທັງຫຼາຍທີ່ເປັນເພື່ອນຮ່ວມປູກຕົ້ນໄມ້ກັບເພິ່ນໃນໂອກາດເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ນະຄອນຫຼວງປັກກິ່ງໃນຫຼາຍປີຜ່ານມາ. ເພິ່ນໄດ້ໝູນໃຊ້ໂອກາດປູກຕົ້ນໄມ້ສອນວິຊາອອກແຮງງານເພື່ອຄວາມສິວິໄລດ້ານນິເວດຢ່າງມີຊີວິດຊີວາໃຫ້ກັບເດັກນ້ອຍທັງຫຼາຍທີ່ປຽບເໝືອນ “ເບັ້ຍໄມ້ນ້ອຍຂອງປະເທດຊາດ” ເພື່ອໃຫ້ເຂົາເຈົ້າໄດ້ເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງແລະປອດໃສ.

 

ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ລະບຸວ່າ: “ຄວາມທັນສະໄໝແບບຈີນເປັນຄວາມທັນສະໄໝທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.” ສາມາດເວົ້າໄດ້ວ່າ: ການຮັດແໜ້ນພື້ນຖານດ້ານນິເວດເພື່ອການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ການເພີ່ມພື້ນທີ່ສີຂຽວກໍແມ່ນການເພີ່ມທ່າແຮງ, ການປູກຕົ້ນໄມ້ກໍແມ່ນການສ້າງອະນາຄົດ.

 

ໃນປັດຈຸບັນກໍຄືໃນອະນາຄົດ, ການພັດທະນາແບບສີຂຽວເປັນຍຸດທະສາດສຳຄັນດ້ານການພັດທະນາຂອງຈີນ. ການພັດທະນາແບບສີຂຽວແມ່ນພົວພັນເຖິງພາກສ່ວນລວມແຫ່ງການພັດທະນາຂອງຈີນ, ເປັນທາງເລືອກອັນຈຳເປັນເພື່ອທັບມ້າງຂໍ້ຈຳກັດດ້ານຊັບພະຍາກອນແລະສິ່ງແວດລ້ອມ, ຫັນປ່ຽນຮູບການພັດທະນາ, ບັນລຸການພັດທະນາແບບຍືນຍົງແລະການພັດທະນາດ້ວຍຄຸນນະພາບສູງ.

 

ເດືອນມັງກອນປີ2024, ໃນເວລາເປັນປະທານການຮ່ຳຮຽນລວມໝູ່ຄັ້ງທີ11ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ການພັດທະນາແບບສີຂຽວຄືສີສັນພື້ນຖານແຫ່ງການພັດທະນາດ້ວຍຄຸນນະພາບສູງ, ກຳລັງການຜະລິດໃນຄຸນນະພາບໃໝ່ກໍແມ່ນກຳລັງການຜະລິດສີຂຽວນັ້ນເອງ.” ທັດສະນະອັນສຳຄັນນີ້ໄດ້ຊີ້ແຈງຢ່າງເລິກເຊິ່ງກ່ຽວກັບເນື້ອໃນວິທະຍາສາດຂອງກຳລັງການຜະລິດໃນຄຸນນະພາບໃໝ່ທີ່ພັດທະນາໄປຕາມທິດສີຂຽວ.

 

ທ່ານສີຈິ້ນຜິງເຄີຍໃຫ້ທັດສະນະຕ່າງໆກ່ຽວກັບຄວາມສີວິໄລດ້ານນິເວດວ່າ: “ປ່າໄມ້ເປັນຄັງນ້ຳ, ຄັງເງິນ, ຄັງສະບຽງອາຫານ ແລະຍັງເປັນຄັງກາກບອນນຳອີກ.” “ການອະນຸລັກສິ່ງແວດລ້ອມນິເວດກໍແມ່ນການຮັກສາກຳລັງການຜະລິດ, ການປັບປຸງສິ່ງແວດລ້ອມນິເວດກໍແມ່ນການພັດທະນາກຳລັງການຜະລິດ”, “ໃນສິ່ງແວດລ້ອມນິເວດທີ່ດີແມ່ນມີຄຸນຄ່າດ້ານເສດຖະກິດສັງຄົມບົ່ມຊ້ອນຢູ່ໃນຕົວ”,“ເປີດກວ້າງຊ່ອງທາງແຫ່ງການຫັນພູຂຽວນ້ຳໃສໃຫ້ເປັນພູເງິນພູຄຳ”… ດັ່ງຄຳບູຮານຈີນເວົ້າວ່າ: ເມື່ອຕົ້ນໄມ້ໃບຫຍ້າເຕີບໃຫຍ່ຈະເລີນງອກງາມດີ, ປະເທດຊາດຈະຮັ່ງມີ.

 

ການປູກຕົ້ນໄມ້ໃບຫຍ້າໃຫ້ກາຍເປັນດິນແດນສີຂຽວອັນກວ້າງໃຫຍ່ໄພສານໃນມື້ນີ້ ເປັນການບົ່ມເພາະໂອກາດການພັດທະນາທີ່ບໍ່ມີຂອບເຂດໃນມື້ໜ້າ.