ທ່ານສີຈິ້ນຜິງ: ກິດຈະກຳປູກໄມ້ໃຫ້ເປັນປ່າເປັນສິ່ງທີ່ມີຄຸນປະໂຫຍດຫຼາຍ

2024-04-08 16:21:24 cri

 

ຕອນເຊົ້າວັນທີ3ເມສາ2024, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປສວນສາທາລະນະປ່າໄມ້ຢູ່ແຄມແມ່ນ້ຳສາວປາຍເພື່ອເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ. ຢູ່ສະຖານທີ່ປູກຕົ້ນໄມ້, ທ່ານສີຈິ້ນຜິງໄດ້ມີຄຳຮຽກຮ້ອງວ່າ: ການປູກໄມ້ໃຫ້ເປັນປ່າ ເຮັດໃຫ້ປະເທດຊາດກາຍເປັນສີຂຽວ ທຸກຄົນຕ້ອງປະຕິບັດຕາມໜ້າທີ່ຂອງຕົນ.

 

  ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໃນລະດູໃບໄມ້ປົ່ງຂອງແຕ່ລະປີ, ທ່ານສີຈິ້ນຜິງຕ້ອງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ.

 

   ທ່ານສີຈິ້ນຜິງໄດ້ຕີລາຄາມາຫຼາຍເທື່ອແລ້ວວ່າ ກິດຈະກຳປູກໄມ້ໃຫ້ເປັນປ່າເປັນສິ່ງທີ່ມີຄຸນປະໂຫຍດຫຼາຍ.

 

   ເພິ່ນເຄີຍສັ່ງສອນບັນດາຫຼານນ້ອຍນັກຮຽນທີ່ເປັນສະມາຊິກກອງເຍົາວະຊົນບຸກເບີກຈີນທີ່ເຂົ້າຮ່ວມປູກຕົ້ນໄມ້ນຳກັນນັ້ນດ້ວຍຄວາມສະໜິດສະໜົມວ່າ: “ຫຼັງຈາກ10ປີ 20ປີຜ່ານໄປ, ພວກຫຼານສາມາດກັບຄືນມາບ່ອນນີ້ເພື່ອເບິ່ງວ່າ ເບັ້ຍໄມ້ນ້ອຍທີ່ປູກດ້ວຍຕົນເອງມັນເຕີບໃຫຍ່ເປັນຄືແນວໃດແລ້ວ, ນີ້ຄືສິ່ງທີ່ມີຄຸນປະໂຫຍດຫຼາຍ.”

 



ວັນທີ28ກຸມພາ2024 ອົງການປົກຄອງເມືອງຈີໂຈ່ວນະຄອນຈີອ່ານແຂວງຈ່ຽງຊີຈີນໄດ້ຈັດຕັ້ງພະນັກງານສະມາຊິກພັກແລະອາສາສະຫມັກປູກຕົ້ນໄມ້ຕາມພັນທະ


   ນັບແຕ່ປີ2012ເປັນຕົ້ນມາ,  ທົ່ວປະເທດຈີນສາມາດປະຕິບັດໜ້າທີ່ການ ປູກໄມ້ໃຫ້ເປັນປ່າແລະສ້າງພື້ນທີ່ສີຂຽວສຳເລັດແລ້ວ112ລ້ານເຮັກຕາ, ເນື້ອທີ່ ປ່າໄມ້ ແລະປະລິມານສະສົມປ່າໄມ້ໃນທົ່ວປະເທດຈີນສາມາດຮັກສາການເຕີບ ໂຕເປັນເວລາຫຼາຍປີຕິດຕໍ່ກັນ, ເນື້ອທີ່ປູກປ່າບັນລຸເຖິງ 87,6 ລ້ານເຮັກ ຕາ, ເປັນອັນດັບໜຶ່ງຂອງໂລກ.

 

  ເມື່ອເບິ່ງໃນຂອບເຂດທົ່ວໂລກແລ້ວເຫັນວ່າ: ເນື້ອທີ່ປູກປ່າທີ່ເພີ່ມໃໝ່ໃນໄລຍະເກືອບ20ປີຜ່ານມານັ້ນ ກວມ25%ແມ່ນຈີນເປັນຜູ້ປະກອບສ່ວນ. ຈີນໄດ້ກາຍເປັນປະເທດທີ່ມີຊັບພະຍາກອນປ່າໄມ້ເພີ່ມຂຶ້ນໄວທີ່ສຸດແລະເພີ່ມຂຶ້ນຫຼາຍທີ່ສຸດຢູ່ໃນໂລກ.

 

ປີ2024 ເປັນປີທີ່ສປຈີນສ້າງຕັ້ງວັນປູກຕົ້ນໄມ້ແຫ່ງຊາດວັນທີ12ມີນາຄົບຮອບ 45 ປີ. ຕະຫຼອດໄລຍະ45 ປີຜ່ານມາ, ຊາວຈີນຫຼາຍເຊັ່ນຄົນໄດ້ປູກຕົ້ນໄມ້ໃສ່ດິນແດນປະເທດຊາດ,ບຸກບືນສູ້ຊົນຢ່າງຕໍ່ເນື່ອງເພື່ອສ້າງໃຫ້ເປັນປ່າ.

 

“ຄົນຮຸ່ນກ່ອນປູກຕົ້ນໄມ້ ຄົນຮຸ່ນຫຼັງໄດ້ຮົ່ມເຢັນ, ຜູ້ຄົນພວກເຮົາຮຸ່ນນີ້ແມ່ນຕ້ອງສ້າງຄວາມຜາສຸກໃຫ້ລູກຫຼານຄົນຮຸ່ນຫຼັງດ້ວຍຄວາມພະຍາມຂອງຕົນ.” ທ່ານສີຈິ້ນຜິງໄດ້ຊີ້ແຈງຄວາມໝາຍສຳຄັນຂອງການປູກໄມ້ໃຫ້ເປັນປ່າຄືແນວນີ້.

 

ສະຖານທີ່ປູກຕົ້ນໄມ້ຄືຫ້ອງຮຽນດີທີ່ສຸດ. ໃນເວລາເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຂອງນະຄອນຫຼວງປັກກິ່ງທຸກເທື່ອ, ທ່ານສີຈິ້ນຜິງບໍ່ພຽງແຕ່ໄດ້ສອນວິທີການປູກຕົ້ນໄມ້ແລະທັດສະນະຄະຕິດ້ານການເປັນຄົນໃຫ້ກັບເດັກນ້ອຍທັງຫຼາຍເທົ່ານັ້ນ, ເພິ່ນຍັງໄດ້ສົ່ງເສີມໃຫ້ເດັກນ້ອຍທັງຫຼາຍຈົ່ງລົງມືເຮັດດ້ວຍຕົນເອງ, ສຳຜັດດ້ວຍຕົນເອງ, ສຳນຶກຮູ້ຕົນເອງ ເພື່ອປູກຈິດສຳນຶກສີຂຽວ.

 

“ຫວັງວ່າ ບັນດາຫຼານນ້ອຍນັກຮຽນຈະປູກຈິດສຳນຶກແຫ່ງການອະນຸລັກສິ່ງແວດລ້ອມ, ຮັກສີຂຽວແລະອະນຸລັກສີຂຽວມາແຕ່ເຍົາໄວ, ຕ້ອງຮູ້ເຫດຜົນ ທັງຕ້ອງເປັນຜູ້ປະຕິບັດຕົວຈິງຢ່າງມີເຫດຜົນ, ຕັ້ງໜ້າສ້າງສະຕິອອກແຮງງານແລະຄວາມສາມາດອອກແຮງງານ,ປູກຕົ້ນໄມ້ໃບຫຍ້າເພື່ອປະເທດຊາດດ້ວຍສອງຝາມືຂອງຕົນ, ສ້າງໂລກທີ່ພວກເຮົາດຳລົງຊີວິດຢູ່ຮ່ວມກັນນັ້ນໃຫ້ສວຍງາມຂຶ້ນ.”

 

ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ລະບຸວ່າ: “ຄວາມທັນສະໄໝແບບຈີນເປັນຄວາມທັນສະໄໝທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.”

 

ໃນປັດຈຸບັນກໍຄືໃນອະນາຄົດ, ການພັດທະນາແບບສີຂຽວເປັນຍຸດທະສາດສຳຄັນດ້ານການພັດທະນາຂອງຈີນ.

 

ເດືອນມັງກອນປີ2024, ໃນເວລາເປັນປະທານການຮ່ຳຮຽນລວມໝູ່ຄັ້ງທີ11ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ການພັດທະນາແບບສີຂຽວຄືສີສັນພື້ນຖານແຫ່ງການພັດທະນາດ້ວຍຄຸນນະພາບສູງ, ກຳລັງການຜະລິດໃນຄຸນນະພາບໃໝ່ກໍແມ່ນກຳລັງການຜະລິດສີຂຽວນັ້ນເອງ.” ທັດສະນະອັນສຳຄັນນີ້ໄດ້ຊີ້ແຈງຢ່າງເລິກເຊິ່ງກ່ຽວກັບເນື້ອໃນວິທະຍາສາດຂອງກຳລັງການຜະລິດໃນຄຸນນະພາບໃໝ່ທີ່ພັດທະນາໄປຕາມທິດສີຂຽວ.

 

ການປູກຕົ້ນໄມ້ໃບຫຍ້າໃຫ້ກາຍເປັນດິນແດນສີຂຽວອັນກວ້າງໃຫຍ່ໄພສານໃນມື້ນີ້ ເປັນການບົ່ມເພາະໂອກາດການພັດທະນາທີ່ບໍ່ມີຂອບເຂດໃນມື້ໜ້າ.