ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າຢາກໄປອູ້ມໝີແພນດາຂອງຈີນຈັກເທື່ອໜຶ່ງ

2024-04-08 10:26:00 CRI

 

    ປີ 2015 ທ່ານ ສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມຊິມບັບເວ. ທ່ານນາງ ໂຣຊີ ຜູ້ຮັບຜິດຊອບສູນຊ່ວຍເຫຼືອສັດປ່າຊິມບັບເວ ໄດ້ແນະນຳໃຫ້ເພິ່ນຮູ້ຈັກສັດຕ່າງໆຢູ່ໃນສູນຊ່ວຍເຫຼືອດັ່ງກ່າວ. ໃນເວລາລົມກັບທ່ານປະທານ ສີຈິ້ນຜິງ, ສິ່ງທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ກັບທ່ານນາງ ໂຣຊີ ແມ່ນ “ທ່ານປະທານສີມີຄວາມສົນໃຈແລະເອົາໃຈໃສ່ວຽກງານອະນຸລັກສັດທີ່ສຸດ ແລະ ຍັງໄດ້ຕັ້ງໃຈໄປຊອກຮູ້ສິ່ງທ້າທາຍທີ່ການອະນຸລັກສັດພວມປະເຊີນຢູ່.”


    ທ່ານ ສີຈິ້ນຜິງ ໄດ້ມອບໂຖດອກໄມ້ອັນໜຶ່ງໃຫ້ທ່ານນາງໂຣຊີເພື່ອເປັນຂອງຕ້ອນ, ຢູ່ເທິງໂຖດອກໄມ້ມີຮູບແຕ້ມໝີແພນດາ. ທ່ານປະທານສີຈິ້ນຜິງບອກທ່ານນາງໂຣຊີວ່າ, ຈີນພວມປະຕິບັດແຜນການຂະຫຍາຍພັນໝີແພນດາ. ທ່ານນາງໂຣຊີຢືນຢັນວ່າ: ຕົນສຸດທີ່ຢາກໄປອູ້ມໝີແພນດາຂອງຈີນຈັກເທື່ອໜຶ່ງ.


    ທ່ານນາງ ໂຣຊີ ກ່າວວ່າ:“ພາຍໃຕ້ການນຳພາຂອງທ່ານປະທານສີ, ວຽກງານອະນຸລັກສັດປ່າຂອງຈີນໄດ້ຮັບຄວາມຄືບໜ້າຢ່າງໃຫຍ່ຫຼວງ, ຂ້າພະເຈົ້າເຊື່ອໝັ້ນວ່າ, ຈາກຄວາມເອົາໃຈໃສ່ຂອງທ່ານປະທານສີຈະເຮັດໃຫ້ວຽກງານອະນຸລັກສັດປ່າກາຍເປັນຈຸດສຸມຂອງໂລກອີກຄັ້ງໜຶ່ງ.”