ມາຮອດທ້າຍເດືອນມີນາປີນີ້, ຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີເຖິງ 3.245 ຕື້ 700 ລ້ານໂດລາ

2024-04-08 14:37:39 cri

ອີງຕາມຕົວເລກຂໍ້ມູນທີ່ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນເປີດເຜີຍໃນວັນທີ 7 ເມສານີ້ສະແດງໃຫ້ຮູ້ວ່າ: ນັບມາຮອດທ້າຍເດືອນມີນາປີ 2024, ຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີເຖິງ 3.245 ຕື້ 700 ລ້ານໂດລາ, ເມື່ອທຽບໃສ່ທ້າຍເດືອນກຸມພາປີນີ້ໄດ້ເພີ່ມຂຶ້ນ 19,8 ຕື້ໂດລາ, ເທົ່າກັບເພີ່ມຂຶ້ນ 0,62%.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນໃຫ້ຮູ້ວ່າ: ເດືອນມີນາປີ 2024, ລາຄາຊັບສິນການເງິນຂອງທົ່ວໂລກໄດ້ເພີ່ມຂຶ້ນໃນດ້ານລວມ. ຍ້ອນປັດໄຈສັງລວມເຊັ່ນ: ອັດຕາແລກປ່ຽນເງິນຕາ ແລະ ລາຄາຊັບສິນຕ່າງໆເກີດການປ່ຽນແປງເປັນຕົ້ນ, ເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງຈີນໃນເດືອນມີນາປີນີ້ເພີ່ມຂຶ້ນ.