ຟີລິບປິນຕ້ອງລະວັງ “ໄວຣັສທາງການເມືອງ”

2024-04-08 14:31:08 cri

ວັນທີ 7 ເມສານີ້, ອາເມຣິກາ, ຍີ່ປຸ່ນ ແລະ ອົດສະຕຣາລີໄດ້ຮ່ວມກັບຟີລິບປິນຈັດການຊ້ອມຮົບຮ່ວມຢູ່ທະເລຈີນໃຕ້ເປັນຄັ້ງທຳອິດ. ສື່ມວນຊົນຟີລິບປິນໄດ້ລາຍງານຢ່າງຈະແຈ້ງວ່າ: 4 ປະເທດດັ່ງກ່າວໄດ້ສະແດງກຳລັງທາງການທະຫານຮ່ວມກັນ ເຊິ່ງມີຈຸດປະສົງເພື່ອຖ່ວງດຸນຈີນ.


ນັບຕັ້ງແຕ່ປີກາຍເປັນຕົ້ນມາ, ຟີລິບປິນໄດ້ຕັ້ງໃຈກໍ່ເລື່ອງກໍ່ລາວຢູ່ທະເລຈີນໃຕ້ເລື້ອຍໆ, ໄດ້ລ່ວງເຂົ້າເຂດທະເລທີ່ໃກ້ກັບເກາະຮວງຢຽນ ແລະ ຫາດຕື້ນເຢິນອ້າຍຂອງຈີນຫຼາຍເທື່ອ. ນັກວິເຄາະໄດ້ຊີ້ອອກວ່າ: ຟີລິບປິນຕັ້ງຢາກກໍ່ເລື່ອງກໍ່ລາວເລື້ອຍໆ ເພື່ອສ້າງອັນທີ່ເອີ້ນວ່າ “ຄວາມລຳຄານ” ໃຫ້ແກ່ຝ່າຍຈີນ, ເຮັດໃຫ້ຫົວຂໍ້ກ່ຽວກັບທະເລຈີນໃຕ້ຟົດເດືອດຂຶ້ນຢ່າງຕໍ່ເນື່ອງ.


ຟີລິບປິນໄດ້ອ້າງວ່າຕົນສະແຫວງຫາສັນຕິພາບ, ແຕ່ທີ່ຈິງແລ້ວ, ພັດໄດ້ສ້າງຄວາມເປັນປໍລະປັກກັນດ້ວຍການກະທຳຕົວຈິງ. ຕົ້ນປາຍສາຍເຫດທີ່ເປັນຕົ້ນຕໍແມ່ນໄດ້ຮັບການຍຸຍົງສົ່ງເສີມຈາກອິດທິກຳລັງພາຍນອກ ເຊັ່ນ: ອາເມຣິກາເປັນຕົ້ນ. ມີນັກວິເຄາະຊີ້ອອກວ່າ: ຟີລິບປິນໄດ້ເພິ່ງພາອາໄສປະເທດໃຫຍ່ນອກພາກພື້ນ ໃນທາງການທະຫານ ແລະ ດ້ານຄວາມໝັ້ນຄົງເປັນຕົ້ນຕໍ, ປະເທດພາຍນອກເຫຼົ່ານີ້ໄດ້ຄວບຄຸມຟີລິບປິນຢ່າງຈະແຈ້ງ ໂດຍຜ່ານຈາກການຊ່ວຍເຫຼືອ, ການຊ້ອມຮົບຮ່ວມ, ການລາດຕະເວນຮ່ວມເປັນຕົ້ນ. ນະໂຍບາຍທະເລຈີນໃຕ້ຂອງຟີລິບປິນໄດ້ນັບມື້ນັບກາຍເປັນເຄື່ອງມືເຈົ້າອຳນາດຂອງອາເມຣິກາໃນການບີບບັງຄັບຈີນ.


ທ່ານນາງໄອມີ ມາຄົສ ປະທານຄະນະກຳມາທິການການພົວພັນຕ່າງປະເທດສະພາສູງຟີລິບປິນມີຄວາມຮັບຮູ້ຢ່າງຈະແຈ້ງຕໍ່ເລື່ອງນີ້. ນາງຊີ້ອອກວ່າ: ລັດຖະບານຟີລິບປິນຮັບເອົາການບໍລິຈາກດ້ານການປ້ອງກັນປະເທດ ແລະ ດ້ານຄວາມໝັ້ນຄົງທາງທະເລຈາກອາເມຣິກາ ແລະ ໂລກຕາເວັນຕົກ, ກໍປຽບເໝືອນ “ການສະແດງຄວາມຍິນດີຕ້ອນຮັບຕໍ່ໄວຣັສທາງການເມືອງຈາກພາຍນອກ”, ທັງໝົດເຫຼົ່ານີ້ອາດຈະເຮັດໃຫ້ເກີດການປະທະກັນເປັນໄລຍະຍາວນານ.