ເຈົ້າໜ້າທີ່ເອຢິບຢືນຢັນວ່າ ການເຈລະຈາຢຸດຍິງລະຫວ່າງປາແລັດສະຕິນ-ອິດສະຣາແອນພວມດຳເນີນຢູ່ເລີແກ

2024-04-08 11:12:37 cri



ຕອນຄ່ຳວັນທີ7ເມສານີ້, ເຈົ້າໜ້າທີ່ລະດັບສູງຂອງພາກສ່ວນປ້ອງກັນຄວາມໝັ້ນຄົງເອຢິບທ່ານໜຶ່ງທີ່ບໍ່ປະສົງອອກນາມໃຫ້ຮູ້ວ່າ: ການເຈລະຈາຢຸດຍິງລະຫວ່າງຂະບວນການຕໍ່ຕ້ານອິດສະລານປາແລັດສະຕິນຫຼືຮາມັສກັບອິດສະຣາແອນທີ່ຈັດຂຶ້ນຢູ່ນະຄອນຫຼວງເລີແກປະເທດເອຢິບພວມດຳເນີນຢູ່, ຝ່າຍໄກ່ເກ່ຍພວມຕັ້ງໜ້າທຳຄວາມເຂົ້າໃຈກັບສອງຝ່າຍເພື່ອແກ້ໄຂຄວາມເຫັນທີ່ຂັດແຍ້ງກັນ ແລະພະຍາຍາມໃຫ້ບັນລຸການຢຸດຍິງກັນ.