ອົງການຄົ້ນຄວ້າຄາດຄະເນວ່າເສດຖະກິດຈີນຈະເຕີບໂຕ 5,3% ໃນປີ 2024

2024-04-08 14:34:38 cri


    ວັນທີ 8 ເມສານີ້, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີຫຼື AMRO ໄດ້ເປີດເຜີຍບົດລາຍງານ “ການຈ້ອງມອງເບິ່ງເສດຖະກິດພາກພື້ນອາຊຽນ ກັບ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ປີ 2024” ຢູ່ສິງກະໂປ. ບົດລາຍງານເຫັນວ່າ: ການເຕີບໂຕດ້ານເສດຖະກິດພາກພື້ນອາຊຽນກັບຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີຈະເພີ່ມຈາກ 4,3% ໃນປີ 2023 ຂຶ້ນເປັນ 4,5% ໃນປີ 2024, ຄາດວ່າຈັງຫວະເຕີບໂຕຂອງເສດຖະກິດໃນປີ 2025 ຢູ່ໃນລະດັບ 4,2%. ຈັງຫວະເຕີບໂຕດ້ານເສດຖະກິດຂອງຈີນຈະເພີ່ມຈາກ 5,2% ໃນປີ 2023 ຂຶ້ນເປັນ 5,3% ໃນປີ 2024, ຄາດວ່າຈັງຫວະເຕີບໂຕຂອງເສດຖະກິດຈີນໃນປີ 2025 ຢູ່ໃນລະດັບ 4,9%.

    ບົດລາຍງານຄາດວ່າ, ປີ 2024, ສາມປະເທດທີ່ມີຈັງຫວະເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນອາຊຽນ ກັບ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີໄດ້ແກ່ຟີລິບປີນ, ກຳປູເຈຍ ແລະ ຫວຽດນາມ, ໃນນັ້ນເສດຖະກິດຂອງຟີລິບປີນຈະເຕີບໂຕ 6,3%, ກຳປູເຈຍຈະເຕີບໂຕ 6,2%, ສ່ວນຫວຽດນາມຈະເຕີບໂຕ 6,0%.