ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນຕອບໂຕ້ກໍລະນີອາເມຣິກາສືບສວນລົດພະລັງງານໄຟຟ້າຂອງຈີນ

2024-04-09 11:53:01 CRI

 

   ຫວ່າງມໍ່ໆມານີ້, ລັດຖະບານອາເມຣິກາໄດ້ປະກາດຈະສືບສວນລົດພະລັງງານໄຟຟ້າທີ່ຜະລິດໂດຍຈີນ ໂດຍອ້າງວ່າລົດດັ່ງກ່າວເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ. ພ້ອມດຽວກັນນີ້, ສະຫະພາບເອີຣົບໄດ້ປະກາດກົດລະບຽບ ໂດຍກໍານົດໃຫ້ດ່ານພາສີຈົດທະບຽນລົດພະລັງງານໄຟຟ້າທີ່ນໍາເຂົ້າຈາກຈີນ.


   ກ່ຽວກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນຢືນຢັນວ່າ: ພາຍໃຕ້ກໍລະນີທີ່ຂາດຫຼັກຖານອ້າງອີງຢ່າງເຕັມສ່ວນ, ບາງປະເທດ ແລະ ເຂດແຄວ້ນໄດ້ດື້ດ້ານຊຸກຍູ້ໃຫ້ດໍາເນີນມາດຕະການຈໍາກັດດ້ານການຄ້າຕໍ່ລົດພະລັງງານໄຟຟ້າຂອງຈີນ, ສິ່ງນີ້ບໍ່ພຽງແຕ່ບໍ່ສອດຄ່ອງກັບກົດລະບຽບດ້ານການຄ້າສາກົນຂອງອົງການການຄ້າໂລກ ຫຼື WTO ເທົ່ານັ້ນ, ແຕ່ຍັງຈະລົບກວນຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງອຸດສາຫະກໍາລົດຍົນທົ່ວໂລກຢ່າງໜັກໜ່ວງນໍາອີກ ເຊິ່ງຈະທໍາລາຍຜົນປະໂຫຍດຂອງຜູ້ບໍລິໂພກໃນທົ່ວໂລກ. ສິ່ງນີ້ບໍ່ພຽງແຕ່ບໍ່ເປັນຜົນດີຕໍ່ການພັດທະນາອຸດສາຫະກໍາລົດຍົນໃນທົ່ວໂລກເທົ່ານັ້ນ, ແຕ່ຍັງຈະເຮັດໃຫ້ຂະບວນການຫັນເປັນແບບພະລັງງານໄຟຟ້າຂອງປະເທດທີ່ກ່ຽວຂ້ອງຊັກຊ້າລົງນໍາອີກ.