ທ່ານສີຈິ້ນຜິງຕ້ອນຮັບປະທານສະພາແຫ່ງຊາດຫວຽດນາມ

2024-04-09 10:55:35 cri



ວັນທີ8ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບທ່ານເວື່ອງດິ່ງເຮ້ວ ປະທານສະພາແຫ່ງຊາດຫວຽດນາມ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ປັດຈຸບັນ, ການປົກປ້ອງລະບອບສັງຄົມນິຍົມ, ປົກປັກຮັກສາສະຖຽນລະພາບແລະການພັດທະນາຂອງຊາດເປັນຜົນປະໂຫຍດຮ່ວມຂອງສອງປະເທດຈີນ-ຫວຽດນາມ. ຈີນຍິນດີຮ່ວມກັບຫວຽດນາມດຳເນີນການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ-ລັດແລະບໍລິຫານປະເທດ, ເລັ່ງຊຸກຍູ້ໃຫ້ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ກັບຍຸດທະສາດ “ສອງແລວໜຶ່ງວົງ”. ຫວັງວ່າ ອົງການນິຕິບັນຍັດຂອງສອງປະເທດຈະລົງເລິກການແລກປ່ຽນຮ່ວມມືໃນທຸກຂັ້ນທຸກລະດັບ, ເພີ່ມທະວີການຮຽນຮູ້ແລະຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານຕ່າງໆເຊັ່ນ ການຕິດຕາມກວດກາວຽກງານນິຕິບັນຍັດເປັນຕົ້ນ, ເພື່ອເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບລະຫວ່າງປະຊາຊົນສອງຊາດ.

  ທ່ານເວື່ອງດິ່ງເຮ້ວຢືນຢັນວ່າ: ຫວຽດນາມຍຶດໝັ້ນປະຕິບັດນະໂຍບາຍການຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ໂດຍຖືປະເທດຈີນເປັນທາງເລືອກຍຸດທະສາດບຸລິມະສິດອັນດັບໜຶ່ງຂອງສາຍພົວພັນຕໍ່ຕ່າງປະເທດຂອງຫວຽດນາມ, ຫວຽດນາມຈະຮ່ວມກັນກັບຈີນຮັດແໜ້ນການແລກປ່ຽນແລະຮ່ວມມືກັນໃນທຸກຂັ້ນທຸກລະດັບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງໃນລະດັບສູງໃຫ້ໝັ້ນຄົງຢ່າງຕໍ່ເນື່ອງ, ຕັ້ງໜ້າຊຸກຍູ້ຍຸດທະສາດ“ສອງແລວໜຶ່ງວົງ”ເຊື່ອມຕໍ່ກັບຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”. ສະພາແຫ່ງຊາດຫວຽດນາມຍິນດີເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນທີ່ມີຄວາມໝາຍຍຸດທະສາດ.