ເມືອງຈື້ກົ້ງຂອງຈີນພະຍາຍາມພັດທະນາເສດຖະກິດເຮືອບິນຂະໜາດນ້ອຍ ແລະເຮືອບິນບໍ່ມີຄົນຂັບ

2024-04-09 14:03:07 CRI


   ຢູ່ຈີນ, ເຮືອບິນບໍ່ມີຄົນຂັບທີ່ໄດ້ຈົດທະບຽນມີເກືອບ 1,3 ລ້ານລຳ, ມີເກືອບ 2 ແສນຄົນມີໃບອະນຸມັດໃຫ້ຄວບຄຸມເຮືອບິນບໍ່ມີຄົນຂັບ.

   ເມືອງຈື້ກົ້ງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນກຳລັງພະຍາຍາມພັດທະນາເສດຖະກິດເຮືອບິນຂະໜາດນ້ອຍ ແລະເຮືອບິນບໍ່ມີຄົນຂັບ.

   ຢູ່ແຫ່ງນີ້, ສະໜາມບິນຂະໜາດນ້ອຍຈະມີເຮືອບິນຂຶ້ນລົງຫຼາຍກວ່າ 6 ໝື່ນເທື່ອລຳຕໍ່ປີ, ເຮືອບິນຂະໜາດນ້ອຍ ແລະເຮືອບິນບໍ່ມີຄົນຂັບໄດ້ຖືກນຳໃຊ້ຢ່າງກວ້າງຂວາງໃນການທ່ອງທ່ຽວ ການຂົນສົ່ງສິນຄ້າ ການກອບກູ້ສຸກເສີນ ແລະອື່ນໆ.

   ປີ 2023, ເສດຖະກິດເຮືອບິນຂະໜາດນ້ອຍ ແລະເຮືອບິນບໍ່ມີຄົນຂັບໄດ້ສ້າງມູນຄ່າຫຼາຍກວ່າ 500 ຕື້ຢວນ, ເມື່ອຮອດປີ 2030, ອາດຈະບັນລຸເຖິງ 2.000 ຕື້ຢວນ.

   ພວກເຮົາເຂົ້າໄປທ່ຽວຊົມເຂດອຸດສາຫະກຳການບິນເມືອງຈື້ກົ້ງແຂວງເສສວນນຳກັນ.