ເຂົ້າໄປຊົມໂຮງງານການຜະລິດໄຟແສງສີເມືອງຈື້ກົ້ງ

2024-04-09 13:48:45 CRI


     ໄຟແສງສີທີ່ນຳໃຊ້ໃນງານວາງສະແດງໄຟແສງສີ ແລະພິທີໃຫຍ່ໂຕມະໂຫລານໃນໂລກມີ 90% ແມ່ນຜະລິດຢູ່ເມືອງຈື້ກົ້ງ ແຂວງເສສວນຈີນ. ເມືອງຈື້ກົ້ງມີປະຊາກອນປະມານ 3 ລ້ານຄົນ, ໄດ້ມີປະຫວັດການຜະລິດໄຟແສງສີເປັນເວລາ 800 ກວ່າປີມາແລ້ວ. ເບິ່ງໄປແລ້ວມັນຄືບໍ່ຍາກປານໃດ, ແຕ່ທີ່ຈິງແລ້ວ, ມັນເປັນເຕັກນິກດ້ານໜຶ່ງທີ່ສືທອດກັນມາ ແລະໄດ້ດຳເນີນການປະດິດສ້າງດ້ານເຕັກນິກ ແລະວັດສະດຸຢ່າງບໍ່ຢຸດຢັ້ງ. ຢູ່ແຫ່ງນີ້, ທຸກສິ່ງທຸກຢ່າງກໍສາມາດສະແດງອອກດ້ວຍໄຟແສງສີ ເຊິ່ງໄດ້ນຳເອົາຄວາມຫວັງ ແລະຄວາມດີງາມໃຫ້ແກ່ຄົນທັງຫຼາຍ.