ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

2024-04-09 16:22:13 cri

ໂຄມໄຟທີ່ຊາວໂລກໄດ້ໄປຊົມຫຼາຍກວ່າ 500 ລ້ານເທື່ອຄົນ ເປັນຄືແນວໃດ? ໂລກແຫ່ງໂຄມໄຟຂະໜາດໃຫຍ່ທີ່ສຸດ ມີແຮງດຶງດູດໃຈຄົນເປັນຄືແນວໃດ?

ເຊີນທ່ານໄປທ່ຽວຊົມຢູ່ເມືອງຈື້ກົ້ງ ເມືອງນ້ອຍທີ່ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນນຳກັນ

ການຜະລິດໂຄມໄຟຢູ່ເມືອງຈື້ກົ້ງໄດ້ມີປະຫວັດສາດຫຼາຍກວ່າ 800 ປີແລ້ວ, ເມືອງນີ້ມີປະຊາກອນ 3 ລ້ານຄົນ, ມີກຳມະກອນອຸດສາຫະກຳການຜະລິດ 1 ແສນກວ່າຄົນ. ໂຄມໄຟຂອງເມືອງຈື້ກົ້ງເປັນສິລະປະຢ່າງໜຶ່ງທີ່ເຊື່ອມໂຍງເລື່ອງລາວຕ່າງໆທັງພາຍໃນແລະຕ່າງປະເທດ ພ້ອມທັງມີນະວັດຕະກໍາດ້ານເຕັກໂນໂລຊີຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ຄົນຫຼົງໄຫຼ.

ໃນງານວາງສະແດງໄຟແສງສີປີນີ້, ໂຄມໄຟພາຍໃຕ້ຫົວຂໍ້ “ນົກຍຸງສະເໝືອນຈິງ” ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ເຊິ່ງໄດ້ສະແດງໃຫ້ເຫັນນົກຍຸງທີ່ລະອຽດປານີດຄືໂຕຈິງ, ຂົນຫາງເສັ້ນໜຶ່ງຕ້ອງໄດ້ຕັດຫຼາຍກວ່າ 3.000 ເທື່ອ ແລະ ໄດ້ໃຊ້ວັດສະດຸພິເສດເປັນຄັ້ງທຳອິດ ຄື acrylic, ເຮັດໃຫ້ຂົນນົກຍຸງມີສີງາມ, ເຫຼື້ອມຍິບຍັບ ແລະ ມີຄວາມທົນທານສູງ.

ໃນດ້ານການໃຊ້ວັດສະດຸ ແລະ ເຕັກນິກ, ນາຍຊ່າງທັງຫຼາຍໄດ້ດຳເນີນການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ເຊັ່ນ: ເຈ້ຍ, ໂລຫະ, ພລາສຕິກທີ່ສາມາດນຳມາໃຊ້ຄືນໃໝ່ໄດ້, ຖ້ວຍຊາມບ່ວງສ້ອມດິນເຄືອບ, ແກ້ວ, ຊົບຝັກຫຼອກ, ແຜ່ນໄມ້ໄຜ່ນ້ອຍ, ຈໍ LED ແລະ ວັດສະດຸແບບດັ້ງເດີມ ແລະ ທັນສະໄໝຊະນິດຕ່າງໆປະສົມປະສານກັນ. ນອກນີ້ຍັງມີການປະດິດສ້າງ ດ້ານເຕັກໂນໂລຊີຢ່າງຕໍ່ເນື່ອງ, ຈາກເຕັກນິກແບບດັ້ງເດີມໂດຍຜ່ານການຈອດ, ການຕິດຕັ້ງ ແລະ ການແອ້ມຜ້າໄໝແບບງ່າຍໆໃນໄລຍະເບື້ອງຕົ້ນ ຈົນຮອດເຕັກນິກການສ້າງຮູບຮ່າງດ້ວຍເບົ້າລໍ່, ລ້ວນແຕ່ມີຈຸດປະສົງອັນດຽວຄືເຮັດໃຫ້ຮູບຊົງຂອງໂຄມໄຟສົມຈິງຫຼາຍທີ່ສຸດ.

ໂຄມໄຟທີ່ຜະລິດຈາກເມືອງຈື້ກົ້ງແຕ່ລະໜ່ວຍ ລ້ວນແຕ່ມີຄວາມແຕກຕ່າງກັນ, ມີຈຸດພິເສດຂອງໃຜມັນ ແລະ ເຮັດດ້ວຍມືຂອງນາຍຊ່າງທັງນັ້ນ.