ຊອກຮູ້ແຫຼ່ງຜະລິດໄດໂນເສົາຈຳລອງລະດັບໂລກ

2024-04-09 14:47:38 cri


ໄດໂນເສົາຈຳລອງຢູ່ສວນສະໜຸກຂະໜາດໃຫຍ່ໄດ້ຮັບຄວາມນິຍົມຈາກເດັກນ້ອຍຫຼາຍ. ໃນຂອບເຂດທົ່ວໂລກ, ນະຄອນ ຈື້ກົ້ງ ແຂວງເສສວນ ພາກຕາເວັນຕົກສຽງໃຕ້ຂອງຈີນແມ່ນແຫຼ່ງຜະລິດໄດໂນເສົາສຳຄັນທີ່ສຸດ, ໄດໂນເສົາທີ່ຜະລິດຢູ່ນີ້ຈຳໜ່າຍໄປເຖິງຮ້ອຍກວ່າປະເທດ ໂດຍມີຄວາມເວົ້າຄວາມໜຶ່ງເວົ້າວ່າ: “ໄດໂນເສົາ 10 ໂຕໃນໂລກມີ 9 ໂຕແມ່ນມາຈາກນະຄອນຈື້ກົ້ງ”.



ນະຄອນຈື້ກົ້ງມີປະຫວັດການຜະລິດໄດໂນເສົາຈຳລອງມາ 30 ກວ່າປີແລ້ວ. ຈາກຮູບຮ່າງ, ເຕັກນິກການຜະລິດ, ແນວຄິດການອອກແບບ ຈົນຮອດເຄື່ອງຄວບຄຸມການເຄື່ອນໄຫວຂອງໄດໂນເສົາທີ່ເປັນປັດໄຈແກນກາງນັ້ນ ລ້ວນແຕ່ໄດ້ຮັບການຍົກລະດັບ ແລະປ່ຽນໃໝ່ເລື້ອຍໆແລະມີການປະດິດສ້າງໃໝ່ຢ່າງຕໍ່ເນື່ອງ.



ລູກຄ້າແຫ່ງຕ່າງໆໃນຂອບເຂດທົ່ວໂລກມີຄວາມຕ້ອງການທີ່ຕ່າງກັນ, ໄດໂນເສົາຈຳລອງທີ່ນະຄອນຈື້ກົ້ງຜະລິດນັ້ນ ໄດ້ມີການປະດິດສ້າງໃໝ່ທາງດ້ານເຕັກນິກຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ນຳໃຊ້ເຕັກນິກການສຳຜັດດ້ວຍອິນຟາເຣດ, ເຄື່ອງຈັກແລະເຕັກນິກຄວບຄຸມທີ່ກ້າວໜ້າກວ່າໝູ່ແລະອື່ນໆ, ເຮັດໃຫ້ຮູບຮ່າງແລະການເຄື່ອນໄຫວຂອງໄດໂນເສົາຈຳລອງຄືກັບໂຕຈິງຫຼາຍທີ່ສຸດ.