ໃນປີ 1835, ບໍ່ເກືອແຫ່ງທຳອິດຂອງໂລກທີ່ເລິກຫຼາຍກວ່າ 1.000 ແມັດໄດ້ຖືກຂຸດເຈາະ ເຊິ່ງຕັ້ງຢູ່ເມືອງຈື້ກົ້ງ ພາກຕາເວັນຕົກສຽງໃຕ້ຂອງຈີນ.
ນີ້ແມ່ນຄວາມອັດສະຈັນໃນປະຫວັດສາດແຫ່ງການຂຸດເຈາະ ແລະ ໄດ້ຮັບຄວາມຍ້ອງຍໍໃນລະດັບສູງຈາກທ່ານໂຈເສິຟ ເທເຣິນສ ມອດໂກເມຣີ ນີດຮຳ ນັກປະຫວັດສາດອັງກິດ.
ຢູ່ໃຕ້ດິນເມືອງຈື້ກົ້ງແຂວງເສສວນຈີນມີນ້ຳເກືອ, ແຮ່ເກືອ ແລະ ອາຍແກັສທຳມະຊາດຈຳນວນຫຼວງຫຼາຍ, ມີປະຫວັດການຜະລິດເກືອຫຼາຍກວ່າ 2.000 ປີ, ມີຝີມືການຜະລິດທີ່ດີເລີດ ແລະ ເປັນເມືອງເກືອຂອງຈີນ.