ໄປສຳຜັດກັບຕ້ອງໂສ້ການຜະລິດໄດໂນເສົາຈຳລອງ

2024-04-09 13:56:43 CRI


ເມືອງຈື້ກົ້ງ ທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນແມ່ນພື້ນຖານການຜະລິດໄດໂນເສົາຈຳລອງທີ່ໃຫຍ່ທີ່ສຸດໃນໂລກ, ກວມຕະຫຼາດ 90% ຂຶ້ນໄປໃນໂລກ. ທຸກຂັ້ນຕອນການຜະລິດໄດໂນເສົາຈຳລອງລ້ວນແຕ່ເຮັດດ້ວຍມື, ໄດໂນເສົາແຕ່ລະໂຕກໍບໍ່ຄືກັນ. ໄດໂນເສົາຈຳລອງທີ່ເຄື່ອນໄຫວໄດ້ ແລະເບິ່ງໄປແລ້ວຄືໂຕແທ້ແມ່ນໝາກຜົນແຫ່ງການປະດິດສ້າງຢ່າງບໍ່ຢຸດຢັ້ງໃນຫຼາຍສິບປີມານີ້, ຈາກການຜະລິດໂຄງເຫຼັກ ອຸປະກອນເຄື່ອນໄຫວ ຈົນຮອດຮູບຮ່າງ ແລະພື້ນຜິວພາຍນອກຂອງໄດໂນເສົາ, ລ້ວນແຕ່ສະແດງໃຫ້ເຫັນເຖິງຫົວຄິດປະດິດສ້າງຂອງນາຍຊ່າງ. ພື້ນຜິວຂອງໄດໂນເສົາລະອຽດປານີດບໍ່ຕ່າງຫຍັງກັບຂອງແທ້, ທ່ານຮູ້ບໍ່ວ່າມັນເຮັດແນວໃດ? ມາຊົມນຳກັນ.