ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດ 33.207 ຄົນ

2024-04-09 15:00:00 cri

ວັນທີ 8 ເມສານີ້, ພາກສ່ວນສາທາລະນະສຸກເຂດກາຊາໄດ້ອອກຖະແຫຼງການວ່າ: ໃນເວລາ 24 ຊົ່ວໂມງຜ່ານມານີ້, ກອງທັບອິດສະຣາແອນໄດ້ປະຕິບັດການທາງທະຫານ ຢູ່ເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ 32 ຄົນ ແລະ ບາດເຈັບ 47 ຄົນ.

ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເມື່ອວັນທີ 7 ຕຸລາ 2023 ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນ ຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 33.207 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 75.933 ຄົນ.