ອົງການພະລັງງານປະລະມານູສາກົນຈະຈັດກອງປະຊຸມສຸກເສີນກ່ຽວກັບໂຮງໄຟຟ້ານີວເຄລຍຊາໂປຣິສເຊຍຖືກໂຈມຕີ

2024-04-10 10:57:26 CRI

 

   ອົງການພະລັງງານປະລະມານູສາກົນໄດ້ຢືນຢັນເມື່ອວັນທີ 9 ເມສານີ້ວ່າ: ຈະຈັດກອງປະຊຸມສຸກເສີນຂອງສະພາມົນຕີໃນວັນທີ 11 ເມສານີ້ຢູ່ສໍານັກງານໃຫຍ່ອົງການພະລັງງານປະລະມານູສາກົນທີ່ນະຄອນຫຼວງວຽນປະເທດໂອຕຣິດ ເພື່ອເປິກສາຫາລືກ່ຽວກັບເຫດການໂຮງໄຟຟ້ານີວເຄລຍຊາໂປຣິສເຊຍຖືກໂຈມຕີໃນຫວ່າງມໍ່ໆມານີ້.


   ອົງການພະລັງງານປະລະມານູສາກົນໄດ້ແຈ້ງໃນຖະແຫຼງການສະບັບໜຶ່ງຕໍ່ສື່ມວນຊົນວ່າ: ຣັດເຊຍ ແລະ ອູແກຣນໄດ້ສົ່ງໜັງສືໄປເຖິງປະທານສະພາມົນຕີອົງການພະລັງງານປະລະມານູສາກົນຕາມລໍາດັບ, ໂດຍຮຽກຮ້ອງໃຫ້ຈັດກອງປະຊຸມສະພາມົນຕີ. ດັ່ງນັ້ນ, ປະທານສະພາມົນຕີຈຶ່ງຮຽກໂຮມຝ່າຍຕ່າງໆຈັດກອງປະຊຸມຄັ້ງນີ້. 


    ໂຮງໄຟຟ້ານີວເຄລຍຊາໂປຣິສເຊຍເປັນໜຶ່ງໃນໂຮງໄຟຟ້ານີວເຄລຍໃຫຍ່ທີ່ສຸດຢູ່ເອີຣົບ. ພາຍຫຼັງເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນໃນເດືອນກຸມພາປີ 2022 ເປັນຕົ້ນມາ, ຣັດເຊຍໄດ້ຄວບຄຸມໂຮງໄຟຟ້ານີວເຄລຍດັ່ງກ່າວ. ຫຼັງຈາກນັ້ນ, ໂຮງໄຟຟ້ານີວເຄລຍດັ່ງກ່າວໄດ້ຖືກໂຈມຕີຫຼາຍເທື່ອເຊິ່ງເຮັດໃຫ້ພາກສ່ວນຕ່າງໆມີຄວາມເປັນຫ່ວງໃນລະດັບສູງ.