ກະຊວງປ້ອງກັນປະເທດຈີນມອບລົດຈຳນວນໜຶ່ງໃຫ້ລາວສຳລັບການຈັດກອງປະຊຸມສຸດຍອດອາຊຽນ2024

2024-04-10 11:39:23 cri

 

ວັນທີ9ເມສາ2024, ກະຊວງປ້ອງກັນປະເທດຈີນໄດ້ມອບຍານພາຫະນະຈຳນວນໜຶ່ງເຊິ່ງລວມທັງລົດຕູ້12ບ່ອນນັ່ງ, ລົດຕູ້21ບ່ອນນັ່ງ, ລົດກູ້ໄພ, ລົດຈິບ, ລົດເກງ ແລະລົດຈັກໃຫ້ປະເທດລາວເພື່ອນຳໃຊ້ເຂົ້າໃນການຈັດກອງປະຊຸມສຸດຍອດອາຊຽນ2024ຢູ່ປະເທດລາວ.

 



ພົນໂທ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ຕາງໜ້າໃຫ້ກົມຄຸ້ມຄອງພາຫະນະ, ກົມໃຫຍ່ເຕັກນິກກອງທັບກະຊວງປ້ອງກັນປະເທດລາວ ພ້ອມດ້ວຍນາຍແລະພົນທະຫານກອງທັບປະຊາຊົນລາວສະແດງຄວາມຂອບໃຈຕໍ່ກອງທັບປົດປ່ອຍປະຊາຊົນຈີນຄືກະຊວງປ້ອງກັນປະເທດຈີນທີ່ໃຫ້ການຊ່ວຍເຫຼືອອັນລ້ຳຄ່າຕໍ່ກອງທັບປະຊາຊົນລາວ. ພ້ອມກັນນັ້ນ, ທ່ານຍັງຢ້ຳຄືນວ່າຈະນຳໃຊ້ລົດເຫຼົ່ານີ້ໃຫ້ເກີດມີປະສິດທິຜົນຫຼາຍທີ່ສຸດ.