ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

2024-04-10 19:53:18 CRI

 

   ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຈະໝູນວຽນມາເຖິງອີກເທື່ອໜຶ່ງແລ້ວ. ສໍາລັບງານວາງສະແດງດັ່ງກ່າວໄດ້ຮັບສົມຍານາມວ່າເປັນ "ເວທີວາງສະແດງ ແລະ ຊື້ຂາຍສິນຄ້າອຸປະໂພກ-ບໍລິໂພກດີເດັ່ນທົ່ວໂລກ" ນັ້ນ,  ມີເຂດວາງສະແດງໜຶ່ງແມ່ນມີຊື່ພິເສດທີ່ສຸດ ນັ້ນກໍຄື: ເຂດວາງສະແດງ “ສອງຮອບວຽນເສດຖະກິດ ຊື້ສິນຄ້າຈາກທົ່ວໂລກ”. “ສອງຮອບວຽນເສດຖະກິດ” ແມ່ນຫຍັງ? ເຮັດແນວໃດຈຶ່ງຈະສາມາດ “ຊື້ສິນຄ້າຈາກທົ່ວໂລກ” ໄດ້?


   ຮອບວຽນເສດຖະກິດໂດຍລວມແລ້ວແມ່ນແບ່ງອອກມາເປັນ 4 ສ່ວນ ຄື: ການຜະລິດ, ການຈໍລະຈອນ, ການແບ່ງປັນ ແລະ ການບໍລິໂພກ. ໃນນັ້ນ, ການບໍລິໂພກບໍ່ພຽງແຕ່ເປັນຈຸດສິ້ນສຸດເທົ່ານັ້ນ, ແຕ່ຫາກຍັງເປັນຈຸດເລີ່ມຕົ້ນຂອງຮອບວຽນໃນຕໍ່ໜ້ານໍາອີກ. ຮອບວຽນເສດຖະກິດຂອງທຸກໆປະເທດ, ລ້ວນແຕ່ປະກອບດ້ວຍຮອບ ວຽນພາຍໃນ ແລະ ຮອບວຽນສາກົນເຊັ່ນດຽວກັນ. ສະນັ້ນ, ຄວນຈະເອົາຮອບວຽນພາຍໃນເປັນຫຼັກ ຫຼື ເອົາຮອບວຽນສາກົນເປັນຫຼັກ?


   ສິ່ງນີ້ແມ່ນຕັດສິນໂດຍໄລຍະການພັດທະນາ, ສະພາບແວດລ້ອມການພັດທະນາ ແລະ ເປົ້າໝາຍການພັດທະນາ. ຕົວຢ່າງເຊັ່ນ: ໃນໄລຍະກ່ອນຈີນປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກເມື່ອຊຸມປີ 80 ສະຕະວັດທີ 20, ຈີນແມ່ນຖືເອົາຮອບວຽນເສດຖະກິດພາຍໃນເປັນຫຼັກ, ການນໍາເຂົ້າ-ສົ່ງອອກແມ່ນກວມອັດຕາສ່ວນໜ້ອຍທີ່ສຸດຂອງເສດຖະກິດແຫ່ງຊາດ. ພາຍຫຼັງຈີນປະຕິບັດນະໂຍບາຍ ປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ຈີນໄດ້ເຊື່ອມໂຍງເຂົ້າໃນຮອບວຽນສາກົນດ້ວຍຄວາມເປັນເຈົ້າການ, ສາມາດສ້າງເປັນສະພາບການ ພັດທະນາທີ່ມີຕະຫຼາດ ແລະ ຊັບພະຍາກອນຢູ່ຕ່າງປະເທດ, ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງວ່ອງໄວ ແລະ ສາມາດນໍາທັນກະແສໂລກໄດ້.



    ປັດຈຸບັນ, ສະພາບແວດລ້ອມທັງພາຍໃນ ແລະ ຕ່າງປະເທດລ້ວນແຕ່ມີການປ່ຽນແປງ, ໂລກພວມປະເຊີນໜ້າກັບການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ. ສໍາລັບສະພາບການພາຍໃນຂອງຈີນ, ຈາກການພັດທະນາມາເປັນເວລາຍາວນານ, ເສດຖະກິດຈີນແມ່ນມີປະລິມານຂະໜາດໃຫຍ່, ມີຄວາມສາມາດບົ່ມຊ້ອນດ້ານຕະຫຼາດ ແລະ ມີລະບົບອຸດສາຫະກໍາທີ່ຄົບຊຸດ. ຈີນມີປະຊາກອນຫຼາຍກວ່າ 1 ຕື້ 400 ລ້ານຄົນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະເລ່ຍໃສ່ຫົວຄົນແມ່ນໄດ້ຫຼາຍກວ່າ 10.000 ໂດລາ, ພ້ອມດຽວກັນນີ້, ຈີນຍັງມີຫົວໜ່ວຍທຸລະກິດໃນຕະຫຼາດ 130 ລ້ານຫົວໜ່ວຍ ແລະ ມີຊັບພະຍາກອນມະນຸດທີ່ໄດ້ຮັບການສຶກສາຊັ້ນສູງ ຫຼື ມີເຕັກນິກວິຊາການປະເພດຕ່າງໆຫຼາຍກວ່າ 170 ລ້ານຄົນ, ນອກນັ້ນ, ຈີນຍັງເປັນຕະຫຼາດບໍລິໂພກຂະໜາດໃຫຍ່ທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດຂອງໂລກ, ດ້ວຍເຫດນີ້, ໃນຄວາມເປັນຈິງແລ້ວ, ການພົວພັນລະຫວ່າງຈີນກັບຮອບວຽນເສດຖະກິດສາກົນຈຶ່ງມີຄວາມຕ້ອງການປັບປຸງໃໝ່ມາແຕ່ດົນນານແລ້ວ.



    ເມື່ອເບິ່ງສະພາບການສາກົນແລ້ວ, ເສດຖະກິດໂລກຊຸດໂຊມລົງຢ່າງເລິກເຊິ່ງ, ການຄ້າ ແລະ ການລົງທຶນສາກົນຫຼຸດລົງຢ່າງຫຼວງຫຼາຍ, ຕະຫຼາດການເງິນສາກົນເກີດຄວາມວຸ້ນວາຍ, ໃນທົ່ວໂລກໄດ້ເກີດກະແສຕ້ານຂະບວນໂລກາພິວັດ, ເກີດມີລັດທິປົກປ້ອງການຄ້າຢູ່ບາງປະເທດຢ່າງຮຸນແຮງ, ຄວາມສ່ຽງດ້ານພູມສາດການເມືອງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກຖືກຕັດຂາດຫຼາຍເທື່ອ, ຮອບວຽນເສດຖະກິດສາກົນແບບເກົ່າໄດ້ອ່ອນລົງຢ່າງຈະແຈ້ງ.


    ພາຍໃຕ້ສະພາບການດັ່ງກ່າວ, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ວາງຍຸດທະສາດ “ສ້າງສະພາບການພັດທະນາແບບໃໝ່”, ເນື້ອໃນແກນກາງກໍຄື: “ຖືຮອບວຽນເສດຖະກິດພາຍໃນເປັນຕົ້ນຕໍ, ຮອບວຽນເສດຖະກິດພາຍໃນ ແລະ ສາກົນຊຸກຍູ້ເຊິ່ງກັນ ແລະ ກັນ”, ຍຸດທະສາດພັດທະນາດັ່ງກ່າວກໍປຽບເໝືອນຄືກັບທິດນຳທາງ, ໃຫ້ກັບການພັດທະນາເສດຖະກິດຈີນ. “ສອງຮອບວຽນເສດຖະກິດ” ໄດ້ກາຍເປັນໜຶ່ງໃນຄຳສັບຍອດນິຍົມຢູ່ຈີນ.



    ແຕ່ວ່າ, “ສອງຮອບວຽນເສດຖະກິດ” ບໍ່ໝາຍຄວາມວ່າຮອບວຽນເສດຖະກິດພາຍໃນ ແລະ ຮອບວຽນເສດຖະກິດສາກົນເປັນສອງວົງທີ່ບໍ່ກ່ຽວຂ້ອງກັນ, ກົງກັນຂ້າມ, ພວກມັນໄດ້ພົວພັນກັນຢ່າງສະໜິດແໜ້ນ. ຍົກຕົວຢ່າງຄືງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້, ໄດ້ຖືເອົາການບໍລິໂພກດິຈີຕອນ, ສີຂຽວ ແລະ ສຸຂະພາບເປັນຕົ້ນຕໍ, ໄດ້ດຶງດູດສິນຄ້າ 3.000 ຍີ່ຫໍ້ຈາກ 59 ປະເທດ ແລະ ເຂດແຄວ້ນເຂົ້າມາວາງສະແດງ. ສາມາດເວົ້າໄດ້ວ່າ: ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນໄດ້ເຊື່ອມຈອດຕະຫຼາດຈີນ ແລະ ຕະຫຼາດສາກົນ, ເປັນປັດໄຈສຳຄັນທີ່ຊຸກຍູ້ “ສອງຮອບວຽນເສດຖະກິດ”, ໄດ້ສະໜອງເວທີສຳຄັນແຫ່ງໜຶ່ງສຳລັບວິສາຫະກິດຕ່າງໆຂອງໂລກແບ່ງປັນຕະຫຼາດຈີນ ກໍຄືຜະລິດຕະພັນຈີນກ້າວໄປສູ່ທົ່ວໂລກ.



    ປະເທດຈີນໄດ້ສ້າງສາຍພົວພັນຄູ່ຮ່ວມການຄ້າກັບ 140 ປະເທດຢູ່ໃນໂລກ, ຍອດມູນຄ່າການຄ້າ ແລະ ການຄ້າການບໍລິການລ້ວນແຕ່ເປັນອັນດັບໜຶ່ງຂອງໂລກ. ກຳລັງແຮງບົ່ມຊ້ອນ ແລະ ຄວາມຕ້ອງການດ້ານ “ສອງຮອບວຽນເສດຖະກິດຊື້ສິນຄ້າຈາກທົ່ວໂລກ” ແບບນີ້, ສຳລັບວິສາຫະກິດ, ນັກທຸລະກິດ ແລະ ຜູ້ບໍລິໂພກຂອງໂລກແລ້ວ, ມີໃຜຈະບໍ່ສົນໃຈ?