ປີນີ້ ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບທີ່ແລ່ນຂ້າມແດນໂດຍຜ່ານ2ດ່ານເຂດຊິ່ນຈ່ຽງຈີນບັນລຸຫຼາຍກວ່າ4.000ຂະບວນ

2024-04-10 11:37:04 cri

 

ອີງຕາມຂໍ້ມູນສະຖິຕິຈາກດ່ານພາສີໂຮໂກສເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີ2024ມານີ້,  ຈຳນວນຂະບວນລົດໄຟ ດ່ວນຈີນ-ເອີຣົບ(ອາຊີກາງ)ທີ່ແລ່ນຂ້າມແດນ ໂດຍຜ່ານດ່ານໂຮໂກສ ແລະດ່ານອາລາຊ່ານໂຂ້ວເຂດຊິ່ນຈ່ຽງຈີນໄດ້ບັນລຸຫຼາຍກວ່າ4.000ຂະບວນ.

 



ປີ2024, ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບ(ອາຊີກາງ)ທີ່ແລ່ນຜ່ານດ່ານໂຮໂກສບັນລຸເຖິງ2.031ຂະບວນ, ຂະນະທີ່ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບ(ອາຊີກາງ)ທີ່ແລ່ນຜ່ານດ່ານອາລາຊ່ານໂຂ້ວບັນລຸເຖິງ2.014ຂະບວນ, ຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບທີ່ຜ່ານດ່ານສອງແຫ່ງນີ້ໄດ້ກວມຍອດຈຳນວນຂະບວນລົດໄຟດ່ວນຈີນ-ເອີຣົບທີ່ຜ່ານດ່ານອື່ນໆໃນທົ່ວປະເທດຈີນຫຼາຍກວ່າ40%. ຜະລິດຕະພັນຈີນຕ່າງໆເຊັ່ນ: ເຄື່ອງໃຊ້ສອຍໃນຊີວິດປະຈຳວັນ, ອຸປະກອນກົນຈັກໄຟຟ້າ, ຜະລິດຕະພັນເອເລັກໂຕຣນິກ, ຜະລິດຕະພັນສຳຮອງກະສິກຳເປັນຕົ້ນ ໄດ້ເລືອກຂົນສົ່ງຜ່ານດ່ານທາງລົດໄຟຊິ່ນຈ່ຽງໄປຂາຍຢູ່ຕະຫຼາດອາຊີກາງແລະເອີຣົບນັບມື້ນັບຫຼາຍຂຶ້ນ.