ເຈົ້າໜ້າທີ່ ສປຊ ກ່າວວ່າ: ອິດສະຣາແອນສະກັດກັ້ນບໍ່ໃຫ້ເຄື່ອງຊ່ວຍເຫຼືອເຂົ້າໄປເຂດກາຊາ

2024-04-10 16:16:37 cri

ວັນທີ 9 ເມສານີ້, ທ່ານເຈັນສ໌ ລາເອີເກ ໂຄສົກຫ້ອງການສຳນັກງານອົງການສະຫະປະຊາຊາດເພື່ອປະສານງານດ້ານມະນຸດສະທຳກ່າວຢືນຢັນວ່າ: ອິດສະຣາແອນຍັງສືບຕໍ່ສະກັດກັ້ນບໍ່ໃຫ້ເຄື່ອງຊ່ວຍເຫຼືອຂອງອົງການສະຫະປະຊາຊາດສົ່ງເຂົ້າໄປເຂດກາຊາ.

ທ່ານລາເອີເກ ກ່າວຕື່ມວ່າ: ເດືອນມີນາແລ້ວນີ້, ອິດສະຣາແອນໄດ້ປະຕິເສດຄຳຮ້ອງຂໍການຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າໄປພາກເໜືອເຂດກາຊາປະມານເຄິ່ງໜຶ່ງ, ສົ່ງຜົນເຮັດໃຫ້ເຄື່ອງຊ່ວຍເຫຼືອທີ່ສົ່ງເຂົ້າໄປເຂດກາຊາບໍ່ສາມາດຕອບສະໜອງໄດ້ຄວາມຕ້ອງການຢ່າງຫຼວງຫຼາຍຂອງທ້ອງຖິ່ນ. ນອກນັ້ນ, ອົງການຊ່ວຍເຫຼືອອື່ນໆກໍໄດ້ຕຳໜິຕິຕຽນອິດສະຣາແອນສະກັດກັ້ນບໍ່ໃຫ້ຂົນສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ, ບໍ່ສາມາດຮັບປະກັນໃຫ້ອາຫານ, ຢາປິ່ນປົວພະຍາດ ແລະ ອຸປະກອນອື່ນໆສົ່ງເຂົ້າໄປເຂດກາຊາຢ່າງພຽງພໍ.