ຕູຣາເຄຍປະກາດຈຳກັດການສົ່ງອອກຜະລິດຕະພັນຈຳນວນໜຶ່ງໃຫ້ແກ່ອິດສະຣາແອນ

2024-04-10 16:15:31 cri

ວັນທີ 9 ເມສານີ້, ກະຊວງການຄ້າຕູຣາເຄຍແຈ້ງໃຫ້ຮູ້ວ່າ: ປະເທດຕົນຕົກລົງຈຳກັດການສົ່ງອອກຜະລິດຕະພັນຈຳນວນໜຶ່ງໃຫ້ອິດສະຣາແອນເລີ່ມແຕ່ວັນທີ 9 ເມສານີ້ເປັນຕົ້ນໄປ, ຈົນກວ່າອິດສະຣາແອນຈະປະກາດຢຸດຍິງຢູ່ເຂດກາຊາ, ແລະອະນຸມັດໃຫ້ການຊ່ວຍເຫຼືອທີ່ພຽງພໍ ແລະ ບໍ່ຢຸດຢັ້ງເຂົ້າສູ່ເຂດດັ່ງກ່າວ.

ສື່ມວນຊົນຕູຣາເຄຍລາຍງານວ່າ: ຂໍ້ຈຳກັດດັ່ງກ່າວລວມມີຜະລິດຕະພັນ ແລະ ວັດຖຸດິບ 54 ຊະນິດ, ລວມທັງເຫຼັກກ້າ, ຝຸ່ນເຄມີ ແລະ ອື່ນໆ.