ທ່ານສີຈິ້ນຜິງຕ້ອນຮັບລັດຖະມົນຕີການຕ່າງປະເທດຣັດເຊຍ

2024-04-10 11:35:05 cri

 

ຕອນບ່າຍວັນທີ9ເມສານີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບທ່ານ ເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

 



ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນສະໜັບສະໜູນຣັດເຊຍປາບປາມລັດທິກໍ່ການຮ້າຍ, ປົກປັກຮັກສາຄວາມສະຫງົບແລະສະຖຽນລະພາບທາງສັງຄົມ. ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ຣັດເຊຍຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັນກັບຣັດເຊຍດຳເນີນການແລກປ່ຽນຄວາມເຫັນລະຫວ່າງສອງຝ່າຍຢ່າງໃກ້ຊິດ, ເພີ່ມທະວີການປະສານງານດ້ານຍຸດທະສາດຫຼາຍຝ່າຍ, ເພື່ອສະແດງໃຫ້ເຫັນຄວາມຮັບຜິດຊອບຫຼາຍກວ່າເກົ່າ, ສາມັກຄີກັບປະເທດ “ພາກໃຕ້ໂລກ” (ລວມທັງປະເທດໃນອາຟຣິກາ,ອາເມຣິກາລາຕິນ,ເຂດກາລີບຽນ, ເກາະດອນນ້ອຍມະຫາສະໝຸດປາຊີຟິກກໍຄືປະເທດພວມພັດທະນາໃນອາຊີ), ຊຸກຍູ້ການປ່ຽນແປງລະບົບບໍລິຫານໂລກ, ນຳພາການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງແຂງແຮງ.

 

 ທ່ານລັຟລົຟກ່າວຢືນຢັນວ່າ: ທິດທາງບຸລິມະສິດດ້ານນະໂຍບາຍການຕ່າງປະເທດຂອງຣັດເຊຍແມ່ນປັບປຸງແລະຍົກລະດັບສາຍພົວພັນກັບຈີນຢ່າງຮອບດ້ານ. ຣັດເຊຍຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດໃຫ້ເປັນຮູບປະທຳຢ່າງຈິງຈັງ, ເພີ່ມທະວີການປະສານງານລະຫວ່າງສອງຝ່າຍແລະຫຼາຍຝ່າຍ, ຮ່ວມກັບປະເທດ “ພາກໃຕ້ໂລກ”ອື່ນໆເພີ່ມທະວີຄວາມສາມັກຄີແລະຮ່ວມມືກັນເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ລະບຽບສາກົນທີ່ຍຸຕິທຳແລະເປັນທຳກວ່າເກົ່າຈໍ່ຕົວຂຶ້ນ.