ເກີດເຫດຍິງກັນຢູ່ນະຄອນຫຼວງວໍຊິງຕັນຂອງອາເມຣິກາ

2024-04-11 14:40:08 cri


    ວັນທີ 10 ເມສານີ້, ໄດ້ເກີດເຫດຍິງກັນນະຄອນຫຼວງວໍຊິງຕັນຂອງອາເມຣິກາ, ມືປືນໄດ້ຍິງ ຈາກເບື້ອງກົງກັນຂ້າມຂອງຖະໜົນເຂົ້າໃສ່ 6 ຄົນ, ໃນນັ້ນມີເດັກຊາຍ 2 ຄົນອາຍຸ 9 ປີ ແລະ 12 ປີຖືກຍິງຢູ່ນອກຕຶກຫໍພັກວໍຊິງຕັນ ດີຊີ, ເດັກນ້ອງທັງສອງຄົນນັ້ນໄດ້ຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ. ແຕ່ມີຜູ້ຊາຍ 1 ຄົນເສຍຊີວິດຢູ່ກັບທີ່.