ການດຶງເອົາຍີ່ປຸ່ນເຂົ້າກຸ່ມ AUKUS ແມ່ນເຮັດຜິດໜັກຂຶ້ນອີກ

2024-04-11 15:50:55 CRI


“ນີ້ເປັນໄພຂົ່ມຂູ່ທີ່ໜັກໜ່ວງຕໍ່ຄວາມໝັ້ນຄົງຂອງພາກພື້ນ”. ສອງມື້ຜ່ານມານີ້, ອາເມຣິກາ, ອັງກິດ ແລະອົດສະຕຣາລີປະກາດຮັບເອົາຍີ່ປຸ່ນເຂົ້າເປັນສະມາຊິກກຸ່ມ AUKUS, ເຊິ່ງຂ່າວນີ້ເຮັດໃຫ້ຫາງສຽງສາກົນເປັນຫ່ວງເປັນໃຍໃນລະດັບສູງ. ໃນຄັ້ງນີ້ເປັນ 3 ປະເທດຂອງກຸ່ມດັ່ງກ່າວໄດ້ປະກາດປະເທດຄູ່ຮ່ວມເປັນຄັ້ງທຳອິດນັບແຕ່ການສ້າງຕັ້ງຂຶ້ນເມື່ອເດືອນກັນຍາ 2021 ເປັນຕົ້ນມາ. ປະຊາຊົນຍີ່ປຸ່ນຫຼາຍຄົນຕຳໜິວ່າ: “ກຸ່ມAUKUSບໍ່ເອົາຫົວຊາຕໍ່ຄວາມເປັນຫ່ວງເປັນໃຍຈາກວົງການຕ່າງໆ, ຊ້ຳບໍ່ໜຳພັດຊຸກຍູ້ການເປີດກວ້າງສະມາຊິກອີກ, ເຊິ່ງຈະເຮັດໃຫ້ການເປັນປໍລະປັກກັນລະຫວ່າງພັກຝ່າຍ ແລະ ຄວາມສ່ຽງແຫ່ງການແຜ່ຜາຍນິວເຄລຍມີຄວາມຮ້າຍແຮງຂຶ້ນຕື່ມ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອາຊີປາຊີຟິກ.”

 

ອັນທີ່ເອີ້ນວ່າ ກຸ່ມ AUKUS ເປັນຊື່ຫຍໍ້ຈາກ “ສາຍພົວພັນຄູ່ຮ່ວມຄວາມໝັ້ນຄົງສາມຝ່າຍອາເມຣິກາ-ອັງກິດ-ອົດສະຕຣາລີ”. ອາເມຣິກາຖືວ່າ AUKUS ເປັນພາກສ່ວນສຳຄັນທີ່ເປັນຂໍກຸນແຈໃນການປະຕິບັດອັນທີ່ເອີ້ນວ່າ “ຍຸດທະສາດອິນໂດ-ປາຊີຟິກ”, ຢາກດຶງເອົາພັນທະມິດເຂົ້າມາຮ່ວມຫຼາຍກວ່າເກົ່າ, ໂດຍສະເພາະແມ່ນຍີ່ປຸ່ນທີ່ມີເຕັກໂນໂລຊີສູງ ແລະ ທຳລາຍຂໍ້ຈຳກັດຂອງລັດຖະທຳມະນູນສັນຕິພາບໄປເລື້ອຍໆ, ເພື່ອບັນລຸຈຸດປະສົງທີ່ຢາກຖ່ວງດຸນປະເທດຈີນ.

 

ເວົ້າສຳລັບຍີ່ປຸ່ນແລ້ວ, ການເຂົ້າຮ່ວມກຸ່ມ AUKUS ທີ່ມີລັກສະນະການທະຫານຢ່າງເຂັ້ມຂຸ້ນນີ້, ຍ່ອມຈະກາຍເປັນລູກນ້ອງຊັ້ນຈຳແຖວໜ້າໃນຍຸດທະສາດຕໍ່ຕ່າງປະເທດຂອງອາເມຣິກາຕື່ມອີກ. ກຸ່ມພັນທະມິດການທະຫານທີ່ເຕັມໄປດ້ວຍແນວຄິດສົງຄາມເຢັນນີ້ ແມ່ນບໍ່ສອດຄ່ອງກັບຜົນປະໂຫຍດດ້ານຄວາມໝັ້ນຄົງຂອງພາກພື້ນ, ຝືນກັບຂະບວນການເຊື່ອມໂຍງເຂົ້າກັນຂອງພາກພື້ນອາຊີປາຊີຟິກ, ແລະກຸ່ມ AUKUS ບໍ່ມີຄວາມຈຳເປັນທີ່ຄົງຕົວຢູ່ຕັ້ງແຕ່ຕອນທຳອິດ.