ບາດ​ກ້າວ​ໜຶ່ງ​ຄື​ການກ້າວ​ກະ​ໂດດ​ພັນ​ປີ: ເລ​ຂາ​ຄະ​ນະ​ພັກ​ແຂວງ​ຢຸນ​ນານ​ແນະ​ນຳ​ເລື່ອງ​ລາວ​ທີ່​ເຜົ່າ​ຕູ​ໂຫຼງ​ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

2024-04-11 16:56:02 CRI

ຈາກສັງຄົມດຶກດຳບັນກ້າວເຂົ້າສູ່ສັງຄົມຍຸກປັດຈຸບັນ ຕ້ອງໃຊ້ເວລາດົນປານໃດ? ປີ 1952, ມີຊົນເຜົ່າສ່ວນໜ້ອຍຊົນເຜົ່າໜຶ່ງທີ່ດຳລົງຊີວິດຢູ່ຊາຍແດນແຂວງຢຸນນານຕິດກັບເຂດຕິເບດ ແລະຫ່າງເຫີນຈາກໂລກພາຍນອກ, ໄດ້ມີຊື່ “ເຜົ່າຕູໂຫຼງ” ຢ່າງເປັນທາງການ. ປີ 2018, ເຜົ່າຕູໂຫຼງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ບັນລຸການຫັນປ່ຽນແບບບາດກ້າວໜຶ່ງກະໂດດຂ້າມພັນປີ ຄື ຈາກສັງຄົມດຶກດຳບັນກ້າວເຂົ້າສູ່ສັງຄົມນິຍົມໃນປັດຈຸບັນ, ປະຊາຊົນທ້ອງຖິ່ນນັ້ນໄດ້ມອບໝາຍໃຫ້ຄະນະພັກຕາແສງຂຽນຈົດໝາຍເພື່ອລາຍງານຂ່າວດີດັ່ງກ່າວໄປຍັງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ. ວັນທີ 10 ເມສາ 2019, ໃນຈົດໝາຍຕອບ , ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍຕໍ່ເຜົ່າຕູໂຫຼງທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ພ້ອມທັງສົ່ງເສີມໃຫ້ພວກເຂົາເຈົ້າພະຍາຍາມສ້າງອະນາຄົດທີ່ດີງາມກວ່າເກົ່າ. ຈົດໝາຍສະບັບນີ້ໄດ້ເຮັດໃຫ້ຊາວໂລກມີຄວາມສົນໃຈຕໍ່ຊົນເຜົ່າສ່ວນໜ້ອຍທີ່ອາໄສຢູ່ເທິງພູດອຍແຫ່ງນີ້ທັນທີ, ການເຮັດແນວໃດຈຶ່ງສາມາດແກ້ໄຂບັນຫາຄວາມທຸກຍາກໄດ້ ແລະ ກ້າວເຂົ້າສູ່ເສັ້ນທາງການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນ? ເຊີນຟັງຄຳແນະນຳຈາກທ່ານວາງນິງ ເລຂາຄະນະພັກແຂວງຢຸນນານ.