CPI ຂອງອາເມຣິກາໃນເດືອນມີນາປີນີ້ມີຈັງຫວະເພີ່ມຂຶ້ນເກີນຄາດໝາຍ

2024-04-11 12:41:07 CRI

 

    ອີງຕາມຕົວເລກຂໍ້ມູນທີ່ກະຊວງແຮງງານອາເມຣິກາເປີດເຜີຍໃນວັນທີ 10 ເມສານີ້ສະແດງໃຫ້ຮູ້ວ່າ: ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາໃນເດືອນມີນາປີນີ້ເພີ່ມຂຶ້ນ 3,5% ເມື່ອທຽບໄລຍະດຽວກັນຂອງປີ 2023, ຈັງຫວະເພີ່ມຂຶ້ນໄດ້ຂະຫຍາຍຕົວອີກ 0,3% ເມື່ອທຽບໃສ່ເດືອນກຸມພາປີນີ້, ສູງກວ່າການຄາດຄະເນຂອງຕະຫຼາດ.


    ນອກນີ້, ຕົວເລກຂໍ້ມູນຍັງສະແດງໃຫ້ເຫັນວ່າ: CPI ຂອງອາເມຣິກາໃນເດືອນມີນາປີນີ້ໄດ້ເພີ່ມຂຶ້ນ 0,4% ເມື່ອທຽບໃສ່ເດືອນກຸມພາປີນີ້, ຈັງຫວະເພີ່ມຂຶ້ນແມ່ນຢູ່ໃນລະດັບດຽວກັນກັບເດືອນກຸມພາປີນີ້. ນັກວິເຄາະເຫັນວ່າ: CPI ຂອງອາເມຣິກາເລັ່ງລັດເພີ່ມຂຶ້ນ, ຍິ່ງເປັນການຢັ້ງຢືນໃຫ້ເຫັນວ່າ: ສະພາບໄພເງິນເຟິ້ຂອງອາເມຣິກາມີການເພີ່ມຂຶ້ນຄືນໃໝ່ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ບໍ່ແມ່ນປາກົດການຊົ່ວຄາວ, ຄວາມຄືບໜ້າໃນການສະກັດກັ້ນໄພເງິນເຟິ້ຂອງທະນາຄານກາງອາເມຣິກາ ຫຼື FED ນັ້ນອາດຈະພວມຢຸດສະງັກຢູ່. ເພື່ອສະກັດກັ້ນໄພເງິນເຟິ້, FED ອາດຈະຮັກສາລະດັບອັດຕາດອກເບ້ຍສູງພາຍໃນເວລາທີ່ຍາວນານກວ່າເກົ່າ ເພື່ອເລື່ອນແຜນການປັບຫຼຸດອັດຕາດອກເບ້ຍ.