ຈີນຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຫະພາບເອີຣົບດຳເນີນການສືບສວນກ່ຽວກັບເງິນອຸດໜູນຂອງຕ່າງປະເທດຕໍ່ຈີນ

2024-04-11 14:53:33 CRI

   ວັນທີ 10 ເມສານີ້ຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ, ເຈົ້າໜ້າທີ່ຮັບຜິດຊອບກົມສືບສວນການອຸດໜູນການຄ້າກະຊວງການຄ້າຈີນໄດ້ພົບປະກັບທ່ານ ມາຕີນ ລູກາສ ຫົວໜ້າກົມປ້ອງກັນດ້ານການຄ້າຂອງຄະນະກຳມາທິການສະຫະພາບເອີຣົບໂດຍໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຫະພາບເອີຣົບດໍາເນີນການສືບສວນກ່ຽວກັບເງິນອຸດໜູນຂອງບໍລິສັດທີ່ສະໜອງກັງຫັນລົມຂອງຈີນ ກໍຄືສະຫະພາບເອີຣົບເຜີຍແຜ່ບົດລາຍງານກ່ຽວກັບເສດຖະກິດຈີນມີບັນຫາຜິດປົກກະຕິຢ່າງໜັກໜ່ວງອີກເທື່ອໜຶ່ງ.


   ຝ່າຍຈີນເຫັນວ່າ: ໃນເວລາສືບສວນ, ຝ່າຍເອີຣົບໄດ້ບິດເບືອນນິຍາມຂອງເງິນອຸດໜູນຕາມລໍາພັງໃຈ, ພ້ອມດຽວກັນນີ້, ການສືບສວນດັ່ງກ່າວແມ່ນຂາດຄວາມໂປ່ງໃສ ແລະ ຄວາມຍຸຕິທໍາໃນດ້ານຂັ້ນຕອນ ແລະ ມາດຕະຖານ ເຊິ່ງເປັນການດໍາເນີນລັດທິປົກປ້ອງທີ່ທໍາລາຍສະພາບແວດລ້ອມດ້ານການແຂ່ງຂັນຢ່າງຍຸຕິທໍາ ທີ່ຖືເອົາການແຂ່ງຂັນຢ່າງຍຸຕິທໍາເປັນຂໍ້ອ້າງ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ເດັດດ່ຽວຄັດຄ້ານຕໍ່ກັບເລື່ອງນີ້, ພ້ອມທັງຮຽກຮ້ອງໃຫ້ສະຫະພາບເອີຣົບຈົ່ງຍຸດຕິ ແລະ ປັບປຸງມາດຕະການທີ່ຜິດພາດໃນທັນທີ. ນອກນີ້, ຈີນຍັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຫະພາບເອີຣົບເຜີຍແຜ່ບົດລາຍງານກ່ຽວກັບເສດຖະກິດຈີນມີບັນຫາທີ່ຜິດປົກກະຕິຢ່າງໜັກໜ່ວງອີກເທື່ອໜຶ່ງໃນວັນທີ 10 ເມສານີ້.