ຣັດເຊຍປະກາດຫ້າມບໍ່ໃຫ້ພົນລະເມືອງອັງກິດ 22 ຄົນເຂົ້າດິນແດນຣັດເຊຍ

2024-04-11 14:37:46 cri


ວັນທີ 10 ເມສານີ້, ເວັບໄຊກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການວ່າ, ເພື່ອເປັນການຕອບໂຕ້ນະໂຍບາຍຕໍ່ຕ້ານຣັດເຊຍທີ່ລັດຖະບານອັງກິດປະຕິບັດນັ້ນ, ຣັດເຊຍຕົກລົງໃຊ້ມາດຕະການລົງໂທດຕໍ່ພົນລະເມືອງອັງກິດ 22 ຄົນ, ຫ້າມບໍ່ໃຫ້ເຂົາເຈົ້າເຂົ້າດິນແດນຣັດເຊຍ.

ຖະແຫຼງການລະບຸວ່າ: ລັດຖະບານອັງກິດໄດ້ສືບຕໍ່ປະຕິບັດນະໂຍບາຍຕໍ່ຕ້ານຣັດເຊຍຢ່າງຮຸນແຮງ, ສະນັ້ນ, ຣັດເຊຍຕົກລົງຈັດໃຫ້ບຸກຄົນອັງກິດທີ່ເຮັດວຽກຢູ່ລັດຖະບານ, ລວມມີຂະແໜງການ IT ແລະຂະແໜງການບໍລິການດ້ານກົດໝາຍເຂົ້າໃນ “ບັນຊີລາຍຊື່ຫ້າມເຂົ້າດິນແດນຣັດເຊຍ.”

ກະຊວງການຕ່າງປະເທດຣັດເຊຍເນັ້ນໜັກຕື່ມວ່າ: ນະໂຍບາຍຂອງອັງກິດທີ່ສະໜັບສະໜູນອູແກຣນຢ່າງຮອບດ້ານຈະບໍ່ປະສົບຜົນສຳເລັດແນ່ນອນ, ອັງກິດຕ້ອງຮັບຮູ້ວ່າ, ການສືບຕໍ່ປະຕິບັດນະໂຍບາຍລົງໂທດຣັດເຊຍຈະໄດ້ຜົນກົງກັນຂ້າມ, ແລະຈະຖືກຣັດເຊຍຕອບໂຕ້ຄືນຢ່າງເຂັ້ມງວດແນ່ນອນ.