ມະຫາວິທະຍາໄລຊົນເຜົ່າກວາງຊີຈັດເທດສະການວັດທະນະທໍານານາຊາດ ແລະ ບຸນຫົດນໍ້າ

2024-04-11 15:04:36 CRI

 

   ວັນທີ 10 ເມສານີ້, ມະຫາວິທະຍາໄລຊົນເຜົ່າກວາງຊີຈີນໄດ້ຈັດເທດສະການວັດທະນະທໍານານາຊາດ ແລະ ບຸນຫົດນໍ້າປະຈໍາປີ 2024 ໂດຍມີນັກສຶກສາຈີນ ແລະ ຕ່າງປະເທດເຂົ້າຮ່ວມກິດຈະກໍາທີ່ຫຼາກຫຼາຍເຊັ່ນ: ການສໍາຜັດກັບວັດທະນະທໍາຊົນເຜົ່າ, ຊິມອາຫານຈີນ ແລະ ຕ່າງປະເທດ, ຫຼິ້ນເກມ, ຫົດນໍ້າອວຍພອນກັນ ແລະອື່ນໆ.


   ບຸນຫົດນໍ້າ ຫຼື ເອີ້ນວ່າ “ບຸນສົງການ” ເປັນວັນບຸນສໍາຄັນຂອງປະເທດອາຊີຕາເວັນອອກສຽງໃຕ້ເຊັ່ນ: ລາວ ແລະ ໄທ ເປັນຕົ້ນ.



   ໃນຖານະເປັນປ້ອມດ່ານໜ້າ ແລະ ເປັນປະຕູສຳຄັນແຫ່ງການເປີດປະຕູ ແລະ ການຮ່ວມມືກັບອາຊຽນຂອງຈີນ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ກາຍເປັນໜຶ່ງໃນເຂດແຂວງຂອງຈີນທີ່ຮັບເອົານັກສຶກສາຈາກປະເທດສະມາຊິກອາຊຽນຫຼາຍທີ່ສຸດ. ໃນຊຸມປີມໍ່ໆມານີ້, ເຂດກວາງຊີໄດ້ຈັດກິດຈະກໍາຕ່າງໆຫຼາຍເທື່ອເຊັ່ນ: ບຸນຫົດນໍ້າເປັນຕົ້ນ ໂດຍໄດ້ສະໜອງເວທີນໍາສະເໜີວັດທະນະທໍາຂອງປະເທດຕ່າງໆໃຫ້ແກ່ນັກສຶກສາທີ່ມາສຶກສາຕໍ່ຢູ່ຈີນ. 


    ໃນໂອກາດນີ້, ມີນັກສຶກສາອາຊຽນຫຼາຍຄົນໃຫ້ຮູ້ວ່າ: ເທດສະການຄັ້ງນີ້ແມ່ນເຕັມໄປດ້ວຍບັນຍາກາດ ແລະ ສີສັນຂອງວັນບຸນ, ເຂົາເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເຫັນວັດທະນະທໍາຂອງຊາດຕ່າງໆໃນອາຊີຕາເວັນອອກສຽງໃຕ້ໄດ້ຮັບຄວາມເຄົາລົບ ແລະ ໄດ້ຮັບການເສີມຂະຫຍາຍຢູ່ຈີນ.