ໄຕມາດທີ1ປີນີ້ ປະລິມານການຂົນສົ່ງໂດຍສານແລະສິນຄ້າຜ່ານເສັ້ນທາງລົດໄຟຈີນ-ລາວເພີ່ມຂຶ້ນຢ່າງຫຼວງຫຼາຍ

2024-04-12 12:01:15 cri



ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດແຈ້ງໃຫ້ຮູ້ໃນວັນທີ1ເມສານີ້ວ່າ: ນັບແຕ່ຕົ້ນປີນີ້ມາຮອດວັນທີ31ມີນາ2024, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດຫຼາຍກວ່າ5,74ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 4,87ລ້ານໂຕນ, ຄວາມຕ້ອງການດ້ານການຂົນສົ່ງຜູ້ໂດຍສານແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ ຂະນະທີ່ການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງເປັນຜົນງານການຂົນສົ່ງທີ່ດີໃນໄຕມາດທີ1ປີນີ້.



ໄຕມາດທີ1ປີນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ມື້ບັນລຸເຖິງ63.000ເທື່ອຄົນ, ເພີ່ມຂຶ້ນ23%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໄລຍະເລັ່ງດ່ວນທີ່ສຸດ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານບັນລຸຫຼາຍກວ່າ 100.000 ເທື່ອຄົນຕໍ່ມື້ເປັນ 4ວັນຕິດຕໍ່ກັນ. ໃນນີ້, ສະຖານີສິບສອງພັ່ນນາແຂວງຢູນນານຈີນໄດ້ຂົນສົ່ງຜູ້ໂດຍສານບັນລຸ60.000ເທື່ອຄົນຕໍ່ມື້ເປັນ3ວັນຕິດຕໍ່ກັນ. ສະເລ່ຍແລ້ວ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າຫຼາຍກວ່າ53.000ໂຕນຕໍ່ມື້, ເປີດໃຫ້ບໍລິການຂົນສົ່ງສິນຄ້າຂ້າມແດນ14ຂະບວນຕໍ່ມື້, ເພີ່ມຂຶ້ນ10ຂະບວນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອີງຕາມຕົວເລກສະຖິຕິຂອງດ່ານພາສີຄຸນໝິງສະແດງໃຫ້ເຫັນວ່າ: ໃນໄຕມາດທີ1ປີນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກລວມທັງໝົດຫຼາຍກວ່າ1,38ລ້ານໂຕນ, ເພີ່ມຂຶ້ນ33,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.