UNSC ຍັງບໍ່ທັນບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮັບເອົາປາແລັດສະຕິນເຂົ້າເປັນສະມາຊິກອົງການສະຫະປະຊາຊາດຢ່າງເປັນທາງການ

2024-04-12 16:25:11 cri


ວັນທີ 11 ເມສານີ້, ທ່ານນາງວັນເນຊາ ເຟຣເຊີ ປະທານໝູນວຽນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຫຼື UNSC, ຜູ້ຕາງໜ້າຖາວອນມານຕາປະຈຳອົງການສະຫະປະຊາຊາດກ່າວວ່າ: ໃນກອງປະຊຸມປິດຂອງ UNSC ທີ່ຈັດຂຶ້ນໃນວັນທີ 11 ເມສານີ້, ແມ່ນບໍ່ສາມາດບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຮັບເອົາປາແລັດສະຕິນເຂົ້າເປັນສະມາຊິກອົງການສະຫະປະຊາຊາດຢ່າງເປັນທາງການ.

ນາງເຟຣເຊີ ກ່າວຕື່ມວ່າ: ເຖິງວ່າບໍ່ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກໍຕາມ, “ແຕ່ວ່າ, ປະເທດສະມາຊິກສ່ວນຫຼາຍຢືນຢັນຢ່າງຈະແຈ້ງວ່າຈະສືບຕໍ່ສະໜັບສະໜູນໃຫ້ປາແລັດສະຕິນໄດ້ຮັບຖານະເປັນປະເທດສະມາຊິກອົງການສະຫະປະຊາຊາດຢ່າງເປັນທາງການ.”