ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

2024-04-12 16:18:13 CRI


ຕະຫຼາດດອກໄມ້ໂຕວນານທີ່ນະຄອນຄຸນໝິງເປັນຕະຫຼາດຊື້ຂາຍດອກໄມ້ລະດັບຊາດພຽງແຫ່ງດຽວໃນທົ່ວປະເທດຈີນ, ນອກຈາກນີ້ຍັງມີສູນປະມູນຂາຍດອກໄມ້ສາກົນຄຸນໝິງທີ່ເປັນສູນປະມູນຂາຍດອກໄມ້ໃຫຍ່ອັນດັບໜຶ່ງຂອງອາຊີ ແລະ ໃຫຍ່ອັນດັບ 2 ຂອງໂລກ. ຢູ່ໃນສະຖານທີ່ແຫ່ງນີ້, ແຕ່ລະມື້ໄດ້ຈຳໜ່າຍດອກໄມ້ສົດ 100 ກວ່າປະເພດ ທັງໝົດ 1600 ກວ່າຊະນິດ, ທົ່ວແຂວງຢຸນນານສາມາດຜະລິດດອກໄມ້ສົດໄດ້ເຖິງ 19 ຕື້ກິ່ງຕໍ່ປີ, ຖ້າປັນໃຫ້ຊາວໂລກ ສະເລ່ຍແລ້ວຄົນໜຶ່ງຈະໄດ້ຮັບດອກໄມ້ 3 ກິ່ງ.