ເລຂາຄະນະພັກແຂວງຢຸນນານ: ພວກເຮົາມີກາເຟແລະຊາທີ່ດີ

2024-04-12 08:58:53 CRI

“ຈູດໄຟໃໝ່ຕົ້ມຊາທີ່ເກັບເດັດມາໃໝ່, ແຕ່ງບົດກະວີແລະກິນເຫຼົ້າມ່ວນຊື່ນໃນໂອກາດທີ່ຍັງມີການເວລາຢູ່”. ຄົນສະໄໝບູຮານບໍ່ຮູ້ວ່ານັ້ນແມ່ນ ຫຼັງຈາກນັ້ນຕໍ່ມາພັນປີອີກ, ຊາວຈີນບໍ່ພຽງແຕ່ມັກກິນນ້ຳຊາເທົ່ານັ້ນ, ຍັງມັກກິນເຄື່ອງດື່ມທີ່ດີອີກຊະນິດໜຶ່ງ ຄື: ກາເຟ. ຕົ້ນຊາບູຮານທີ່ເກົ່າແກ່ທີ່ສຸດ ແລະ ກາເຟທີ່ແຊບທີ່ສຸດຂອງຈີນ ກໍຢູ່ແຂວງຢຸນນານ. ໃນລາຍການ “ໂອກາດຈາກຈີນ: ການສົນທະນາກັບເລຂາຄະນະພັກແຂວງ” ພາກນີ້, ພວກເຮົາຂໍເຊີນຊວນທ່ານວາງນິງ ເລຂາຄະນະພັກແຂວງຢຸນນານມາເລົ່າເລື່ອງລາວທີ່ດີງາມກ່ຽວກັບຊາ ແລະ ກາເຟຢຸນນານ ໃຫ້ໄດ້ສຳຜັດກັບວິຖີການດຳລົງຊີວິດແບບຢຸນນານ. ເລີ່ມຕົ້ນລາຍການດ້ວຍການກິນກາເຟ ແລະ ຊາຢຸນນານ.