ຈີນຮຽກຮ້ອງທຸກຝ່າຍທີ່ກ່ຽວຂ້ອງກັບວິກິດການອູແກຣນຈົ່ງເພີ່ມຄວາມພະຍາຍາມທາງການທູດເພື່ອບັນລຸການຢຸດຍິງ

2024-04-13 16:58:22 cri


   ວັນທີ 12 ເມສານີ້, ໃນເວລາທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດພິຈາລະນາບັນຫາກ່ຽວກັບການສະໜອງອາວຸດໃຫ້ອູແກຣນ, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສປຊໄດ້ກ່າວຄຳປາໄສ ໂດຍຮຽກຮ້ອງທຸກຝ່າຍທີ່ກ່ຽວຂ້ອງກັບວິກິດການອູແກຣນຈົ່ງເພີ່ມຄວາມພະຍາຍາມທາງການທູດເພື່ອບັນລຸການຢຸດຍິງ, ຊຸກຍູ້ໃຫ້ແກ້ໄຂວິກິດການດ້ວຍວິຖີທາງການເມືອງໂດຍໄວ.

   ທ່ານເກີງສວງກ່າວວ່າ: ວິກິດການອູແກຣນຍັງສືບເນື່ອງຄົງຕົວຕໍ່ຢູ່, ສົງຄາມໄດ້ເຮັດໃຫ້ມີຄົນເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ. ການສົ່ງອາວຸດໃຫ້ສະໜາມຮົບຢ່າງຕໍ່ເນື່ອງນັ້ນ ພຽງແຕ່ຈະເພີ່ມຄວາມສ່ຽງທີ່ເຮັດໃຫ້ວິກິດການຮ້າຍແຮງຂຶ້ນຕື່ມ, ບໍ່ສາມາດຫຼຸດຜ່ອນຄວາມເຄັ່ງຕຶງຂອງສະຖານະການ ແລະບັນລຸການຢຸດຍິງກັນ. ການໃຊ້ອາວຸດເພື່ອຢຸດຕິສົງຄາມ, ບໍ່ທໍ່ໃຊ້ການເຈລະຈາເພື່ອສິ້ນສຸດສົງຄາມ. ຈີນຮຽກຮ້ອງອີກຕື່ມທຸກຝ່າຍທີ່ກ່ຽວຂ້ອງກັບວິກິດການອູແກຣນຈົ່ງເພີ່ມຄວາມພະຍາຍາມທາງການທູດເພື່ອໃຫ້ຢຸດຍິງດ້ວຍທ່າທີຮັບຜິດຊອບ, ຊຸກຍູ້ໃຫ້ຮ່ວມກັນແກ້ໄຂວິກິດການດ້ວຍວິຖີທາງການເມືອງໂດຍໄວ ເພື່ອເຮັດເກີດມີສັນຕິພາບໂດຍໄວ.