ມາສຳຜັດກັບຈຸດເດັ່ນຂອງງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນ 2024

2024-04-13 16:31:20 CRI


    ງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນທີ່ມີຫົວຂໍ້ “ຮ່ວມກັນຊົມໃຊ້ໂອກາດແຫ່ງການເປີດປະຕູ, ຮ່ວມກັນສ້າງຊີວິດທີ່ສວຍງາມ” ຈະຈັດຂຶ້ນຢູ່ແຂວງໄຫຫຼຳຂອງຈີນໃນລະຫວ່າງວັນທີ 13-18 ເມສານີ້. ຈຸດເດັ່ນຕົ້ນຕໍຂອງງານຄັ້ງນີ້ມີ 3 ດ້ານຄື່ດັ່ງລຸ່ມນີ້:




    1.   ມີຄວາມເປັນສາກົນ. ໃນຖານະເປັນງານວາງສະແດງເຄື່ອງອຸປະໂພກບໍລິໂພກໃຫຍ່ທີ່ສຸດຢູ່ພາກພື້ນອາຊີ-ປາຊີຟິກ, ງານວາງສະແດງຄັ້ງນີ້ໄດ້ດຶງດູດຫຼາຍກວ່າ 4000 ຫຍີ່ຫໍ້ ທີ່ມາຈາກ 71 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ໃນນັ້ນ, ມີ 84 ຫຍີ່ຫໍ້ແມ່ນເຂົ້າຮ່ວມງານເປັນຄັ້ງທຳອິດ. ຜະລິດຕະພັນລວມມີຫຼາກຫຼາຍປະເພດ ຄື: ອຸປະກອນການແພດທີ່ທັນສະໄໝ, ເຄື່ອງໃຊ້ປະຈຳວັນ, ເຄື່ອງສຳອາງ ແລະ ຜະລິດຕະພັນເອເລັກໂຕຣນິກເປັນຕົ້ນ.




    2, ມີວັດທະນະທຳນາມມະທຳຂອງຈີນ. ງານວາງສະແດງຄັ້ງນີ້ສາມາດເຮັດໃຫ້ຜູ້ຮ່ວມງານເລືອກຜະລິດຕະພັນໃນທົ່ວປະເທດ ແລະ ຈັດຊື້ຜະລິດຕະພັນໃນທົ່ວໂລກໄດ້. ພ້ອມດຽວກັນນັ້ນຍັງມີຜະລິດຕະພັນແຟຊັນທີ່ໄດ້ຮັບຄວາມນິຍົມຊົບຊອບຂອງຈີນ, ຜະລິດຕະພັນເຕັກນິກສູງຂອງຈີນ ແລະ ຜະລິດຕະພັນວັດທະນະທຳນາມມະທຳທີ່ມາຈາກແຫ່ງຕ່າງໆທົ່ວປະເທດຈີນ.



     3, ມີເອກະລັກຂອງເຂດເກາະດອນໃນທະເລ. ແຂວງໄຫຫຼຳແມ່ນເຂດເກາະດອນ ໂດຍມີພູຜາປ່າຝົນ ແລະ ທະເລກວ້າງໃຫຍ່ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈີນ ແລະ ຕ່າງປະເທດຈໍານວນນັບບໍ່ຖ້ວນມາທ່ຽວຊົມ. ງານວາງສະແດງຄັ້ງນີ້ໄດ້ຈັດບ່ອນວາງສະແດງເຮືອໃບ ແລະ ກຳປັ່ນທ່ອງທ່ຽວເປັນພິເສດ, ນຳສະເໜີວິຖີຊີວິດແບບພັກຜ່ອນຢ່ອນອາລົມດ້ວຍກິລາ ພ້ອມທັງໄດ້ຈັດກິດຈະກຳນຳສະເໜີກຳປັ່ນ ແລະ ລອງຂີ່ກຳປັ່ນເປັນຕົ້ນ.



    ໃນໄລຍະຈັດງານວາງສະແດງຄັ້ງນີ້ ຍັງໄດ້ເຊື້ອເຊີນວິສາຫະກິດທີ່ມີຊື່ສຽງໃນສາກົນ ເຊິ່ງໄດ້ດຶງດູດສິນຄ້າອຸປະໂພກບໍລິໂພກ, ຜູ້ຊື້ ແລະ ຜູ້ຂາຍທີ່ມີຄຸນນະພາບດີທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ໂດຍໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ເປັນເວທີການບໍລິການສາທາລະນະທົ່ວໂລກ ແບບ “ຊື້ທົ່ວໂລກ ແລະ ຂາຍໄປທົ່ວໂລກ”.