ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 4 ໄດ້ຈັດຂຶ້ນ

2024-04-13 15:19:56 CRI


    ວັນທີ 13 ເມສານີ້, ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ 4 ໄດ້ຈັດຂຶ້ນຢູ່ແຂວງໄຫຫຼຳຈີນ ໂດຍມີຫົວຂໍ້ວ່າ “ຊົມໃຊ້ໂອກາດການເປີດປະຕູຮ່ວມກັນ, ພ້ອມກັນສ້າງຊີວິດການເປັນຢູ່ທີ່ດີງາມ”.


 

    ເພື່ອເຮັດໃຫ້ກິດຈະກຳຕ່າງໆໃນງານວາງສະແດງເຄື່ອງບໍລິໂພກຄັ້ງນີ້ມີຄວາມສົມບູນຂຶ້ນຕື່ມອີກ, ແຂວງໄຫຫຼຳຈີນຈະຈັດກິດຈະກຳດ້ານການທ່ອງທ່ຽວ ວັດທະນະທຳ ແລະ ການບໍລິໂພກຢ່າງຫຼາກຫຼາຍສີສັນໃຫ້ແກ່ນັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງ ແລະ ນັກທ່ອງທ່ຽວທັງຫຼາຍໃນ 5 ດ້ານ ເຊັ່ນ: ການທ່ຽວຊົມທິວທັດທີ່ສວຍງາມ, ການສຳຜັດກັບມໍລະດົກວັດທະນະທຳນາມມະທຳ ແລະ ການກິນອາຫານແຊບຫຼາຍໆຂອງແຂວງໄຫຫຼຳເປັນຕົ້ນ.