ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມໃຈເຢັນແລະອົດກັ້ນໄວ້

2024-04-14 15:35:23 cri

ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວ ກ່ຽວກັບອີຣານໂຈມຕີທາງການທະຫານຕໍ່ດິນແດນອິດສະຣາແອນ.


ວັນທີ 14 ເມສານີ້, ກອງປ້ອງກັນການປະຕິວັດອິສລາມອີຣານໄດ້ກໍ່ການໂຈມຕີທາງການທະຫານຕໍ່ດິນແດນອິດສະຣາແອນ ດ້ວຍລູກສອນໄຟນຳວິຖີ ແລະ ເຮືອບິນບໍ່ມີຄົນຂັບ, ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ຈີນໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ສະຖານະການໃນປັດຈຸບັນທີ່ຮຸນແຮງຂຶ້ນຕື່ມ ແລະ ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງຮັກສາຄວາມໃຈເຢັນ ແລະ ອົດກັ້ນໄວ້ ເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການທີ່ເຄັ່ງຕຶງຢູ່ແລ້ວນັ້ນຮຸນແຮງຂຶ້ນຕື່ມອີກ. ສະຖານະການທີ່ຮຸນແຮງຂຶ້ນຕື່ມຮອບນີ້ແມ່ນການປະທະກັນຢູ່ເຂດກາຊາຂະຫຍາຍວົງກວ້າງອອກຄັ້ງຫຼ້າສຸດ. ໜ້າທີີ່ຮີບດ່ວນທີ່ສຸດໃນປັດຈຸບັນແມ່ນປະຕິບັດມະຕິເລກ 2728 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຢ່າງແທ້ຈິງ ແລະ ຢຸດຕິການປະທະກັນຢູ່ເຂດກາຊາໂດຍໄວ. ຈີນຮຽກຮ້ອງໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນປະເທດທີ່ມີອິດທິພົນຈົ່ງເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.